ການເທສນາທີ່ບໍ່ໃຫ້ປັນຍາ ແຕ່ໃຫ້ສັດທາ
ການເທສນາ ໝາຍເຖິງການຊີ້ແຈ້ງທັມມ໌,ການເປີດເຜີຍທັມມ໌, ການນຳເອົາທັມມະຂອງພຣະພຸດທະເຈົ້າມາເຜີຍແຜ່ໃຫ້ຜູ້ຟັງໄດ້ເຂົ້າໃຈ ແລະການເທສນ໌ນີ້ ບໍ່ໄດ້ຈຳກັດວ່າຈະຕ້ອງເທສນ໌ຢູ່ເທິງຫໍທັມມາສເທົ່ານັ້ນ ແຕ່ຍັງລວມໄປເຖິງ ການຊີ້ແຈງ, ການເປີດເຜີຍ, ການໃຫ້ເຂົ້າໃຈແຈ້ງເຊິ່ງຫລັກທັມໃນຮູບແບບອື່ນເຊັ່ນ: ການປາຖະກະຖາ, ການບັນຍາຍ, ການອະພິປາຍ, ການສົນທະນາທັມມ໌, ແລະນອກນີ້ຍັງລວມໄປເຖິງການການຂຽນບົດຄວາມທັມມະ, ການແຕ່ງໜັງສືອະທິບາຍທັມມ໌ເປັນຂໍ້ໆ ດ້ວຍວິທີການຕ່າງໆ ລ້ວນແຕ່ແມ່ນລວມຢູ່ໃນຂອບເຂດຂອງຄຳວ່າ ການເທສນ໌ທັງມວນ.
ຢູ່ໃນເມືອງລາວເຮົາ ຕາມທີ່ສັງເກດເຫັນໃນໄລຍະຜ່ານມາ ຮູບແບບການເທສນ໌ ກໍພໍສັງລວມໄດ້ດັ່ງນີ້:
1. ການເທສນ໌ແບບປະຕິພານ: ໝາຍເຖິງເທສນ໌ແບບຕັ້ງນະໂມກ່ອນ ແລ້ວຍົກຫົວຂໍ້ກະທູ້ທັມມ໌ຂື້ນມາເປັນພຸດທະພາສິດ ພາສາປາລີໃນເບື້ອງຕົ້ນ ແລ້ວຄ່ອຍໆອະທິບາຍ, ຍົກຕົວຢ່າງໃຫ້ເຂົ້າກັບພາສິດທີ່ໄດ້ຍົກມາ ຫລັງຈາກນັ້ນກໍສະຫລຸບ.
2. ບັນຍາຍທັມມ໌: ໝາຍເຖິງການນຳເອົາທັມມະມາບັນຍາ ບາງທີກໍບໍ່ໄດ້ມີການຕັ້ງນະໂມ ແຕ່ຂື້ນຕົ້ນດ້ວຍການທັກທາຍຜູ້ຟັງ ເຊັ່ນ: ນ້ອມນະມັດສະການພຣະເຖຣານຸເຖຣະ, ຈະເຣີນພອນອອກຕົນຍາດໂຍມ...ເປັນຕົ້ນ. ຫລັງຈາກນັ້ນກໍນຳເອົາສາຣະໃຈຄວາມໃນທັມມ໌, ບາງຄັ້ງກໍຍົກເອົາເຫດການຫລືທັມມະມາກ່າວໃຫ້ເຂົ້າກັບສະຖານະການຕົວຈິງຂອງຄົນທີ່ກຳລັງຟັງຢູ່ນັ້ນ ເພື່ອໃຫ້ເຂົ້າໃຈໃນຫລັກທັມມ໌ທາງພຣະພຸດທະສາສະໜາ.
3. ເສວະນາທັມ: ອັນດຽວກັນກັບການສົນທະນາທັມ ເຊິ່ງເປັນຮູບແບບທີ່ນິມົນຕ໌໌ພຣະສົງແລະເຊີນເອົາຄາຣະວາດທີ່ມີຄວາມຮູ້ທາງທັມມາສົນທະນາກັນ ເຊັ່ນຕົວຢ່າງໃນງານ ບຸນວິສາຂະ, ບຸນສຳຄັນບາງໂອກາດທີ່ທາງ ໂຄງການພຸດທະສາສະໜາເພື່ອການພັດທະນາໄດ້ຈັດຂື້ນ. ລັກສະນະການຈັດ ແມ່ນໄດ້ໃຫ້ຫົວຂໍ້ທີ່ຈະສົນທະນາໄວ້ແລ້ວ ເພື່ອກຽມໄປຄົ້ນຄວ້າ ແລະເຊີນເອົາຜູ້ຟັງມາຮ່ວມຟັງ ແລະເປີດໂອກາດໃຫ້ຕັ້ງຄຳຖາມ.
4. ເທສນ໌ສອງທັມມາສ ຫລື ຫລາຍກວ່ານັ້ນ: ການເທສນ໌ສອງທັມມາສ ໝາຍເຖິງການເທສນ໌ແບບປຸຈສາ-ວິສັຊຊະນາ(ແບບຖາມຕອບ) ນິຍົມເອົາໜັງສືໃບລານມາເທສນ໌ ເຊັ່ນ: ແທນບຸນຄຸນພໍ່ແມ່, ສິນກັບທານອັນໃດສຳຄັນກວ່າກັນ ເປັນຕົ້ນ.
5. ການເທສນ໌ແຫລ່: ເປັນການເທສນ໌ ທີ່ໃຊ້ສຽງ ຄ້າຍໆໝໍລຳ ແຕ່ບໍ່ແມ່ນໝໍລຳ ເຊັ່ນ: ເທສນ໌ເລື່ອງພຣະເວສສັນດອນ, ເທສນ໌ອວຍພອນ ແລະພາຍຫລັງມາ ກໍມີການເທສນ໌ແຫລ່ແບບແຕ່ງເອົາເອງ ເຊັ່ນ ອວຍພອນ, ຕອບແທນບຸນຄຸນພໍ່ແມ່, ອວຍພອນຍາດໂຍມທີ່ມາຮ່ວມເຮັດບຸນ.
6. ການເທສນ໌ສະຫລອງ: ເປັນການເທສນ໌ຈາກໜັງສື ທີ່ມັກໃສ່ຊື່ວ່າ: ເທສນ໌ອານິສົງ 10 ກັນ, 50 ກັນ ແລະອື່ນໆ. ເຊິ່ງເປັນການເທສນ໌ຕາມປຶ້ມທີ່ນັກປາດອາຈານເພິ່ນໄດ້ຣິຈນາ ຫລື ແຕ່ງໄວ້ ເພື່ອໃຫ້ສະດວກສະບາຍແກ່ຜູ້ທີ່ຈະເອົາໄປເທສນ໌. ການເທສນ໌ແບບນີ້ ສ່ວນໃຫຍ່ແມ່ນນິຍົມເທສນ໌ເວລາເຮັດບຸນບ້ານ, ຂື້ນເຮືອນໃໝ່, ຖວາຍກຸຕິ, ການສ້າງໜັງສື, ແລະແລ້ວແຕ່ສະຖານະການຂອງປາງບຸນ.
ໃນຄວາມຄິດຂອງຂ້າພະເຈົ້າ, ກ່ຽວກັບການເທສນ໌ທີ່ກ່າວມາຂ້າງເທິງນີ້ ສັງເກດເຫັນໄດ້ວ່າ ການເທສນ໌ທີ່ພໍເຮັດໃຫ້ຜູ້ຟັງເຂົ້າໃຈແລະໄດ້ຫລັກທັມມ໌ນຳໄປປະຕິບັດນັ້ນ ສ່ວນໃຫຍ່ເຫັນຈະໄດ້ແກ່ການເທສນ໌ແບບປະຕິພານ, ການບັນຍາຍທັມມ໌, ການເສວະນາທັມມ໌, ການເທສນ໌ແບບສອງທັມມາສ. ສ່ວນສອງຮູບແບບການເທສນ໌ ທີ່ເປັນເທສນ໌ແຫລ່, ເທສນ໌ສະຫລອງນັ້ນ ຂ້ອນຂ້າງຈະເຂົ້າໃຈຍາກ ຖ້າບໍ່ຕັ້ງໃຈຟັງ ຫລືແມ່ນຈະຕັ້ງໃຈກໍບໍ່ໄດ້ໃຈຄວາມຄັກແນ່ ເວັ້ນເສັຍແຕ່ຜູ້ທີ່ເປັນພຣະສົງ ຫລືຜູ້ທີ່ເຄີຍບວດແລ້ວຈິ່ງຈະເຂົ້າໃຈ ເມື່ອບໍ່ເຂົ້າໃຈແລ້ວ ກໍບໍ່ເປັນເຫດໃຫ້ເກີດສະຕິປັນຍາຈາກການຟັງ ແຕ່ສິ່ງທີ່ໄດ້ ກໍອາດຈະແມ່ນຄວາມບັນເທີງໃນທັມມ໌ ເຊັ່ນຟັງເທສນ໌ແຫລ່ ກໍຈະອອນຊອນໃນສຽງພຣະທີ່ເທສນ໌ ແລະຟັງເທສນ໌ສະຫລອງ ເຖິງແມ່ນວ່າຈະຟັງບໍ່ເຂົ້າໃຈ ຢ່າງໜ້ອຍກໍເປັນການສະບາຍໃຈຂອງເຈົ້າສັດທາທີ່ເພິ່ນນິິມົນຕ໌ໃຫ້ພຣະເທສນ໌.
ໃນຈຳນວນບົດເທສນ໌ສະຫລອງນັ້ນ ຕາມທີ່ເຫັນນິຍົມໃຊ້ແມ່ນ ເທສນ໌ປັນຍາປາຣະມີ, ເທສນ໌ອຸນຫັດສະວິໄຊຍ໌, ເທສນ໌ຄາຖາທິພພະມົນເປັນຕົ້ນ. ເວລາໃດທີ່ເທສນ໌ສະຫລອງ ຕາມທີ່ໄດ້ສັງເກດ ຜູ້ຟັງມັກຈະບໍ່ເຂົ້າໃຈ ຍ້ອນບໍ່ຮູ້ຄວາມໝາຍ ແລະມັກພາກັນໂສກັນ ຍ້ອນຟັງບໍ່ຮູ້ເລື່ອງ. ເມື່ອຟັງບໍ່ເຂົ້າໃຈ ສິ່ງພໍໄດ້ ກໍໄດ້ແຕ່ຄວາມເຊື່ອສັດທາໃນບົດເທສນ໌ ທີ່ພໍ່ແມ່ຄູບາອາຈາຣຍ໌ໄດ້ພາກັນຣິຈນາແລະເທສນ໌ສືບໆກັນມາເທົ່ານັ້ນເອງ ແຕ່ສະຕິປັນຍານັ້ນ ກໍບໍ່ເກີດຂື້ນເລີຍ.