Tuesday, September 13, 2011

ຄວາມເປັນມາຂອງບຸນຫໍ່ເຂົ້າສະຫລາກ



ບຸນຫໍ່ເຂົ້າສະຫລາກ ເປັນບຸນປະເພນີປາງບຸນໜຶ່ງໃນຮີດສິບສອງຂອງລາວເຮົາ ເຊິ່ງເປັນປະເພນີທີ່ເຊື່ອວ່າໄດ້ເກີດຂື້ນໃນສະໄໝເຈົ້າສຸລິຍະວົງສາ. ປະເພນີ້ດັ່ງກ່າວນີ້ ມີປະຫວັດຄວາມເປັນມາແຕ່ສະໄໝພຸດທະການ ເລື່ອງມີຢູ່ວ່າ ສະໄໝນັ້ນພຣະສົງສາມະເນນໃນສຳນັກຂອງພຣະພຸດທະເຈົ້າມີ
ຫລາຍ ເວລາອຸບາສົກ ອຸບາສິກາມາເຮັດບຸນຖວາຍສັງຄະທານໃຫ້ແກ່ພຣະສົງ ສ່ວນໃຫຍ່ໃຜໆກໍຢາກຖວາຍໃຫ້ແຕ່ພຣະພຸດທະເຈົ້າ. ດ້ວຍເຫດນີ້ ພຣະພຸດທະອົງຈິ່ງຊົງອະນຸຍາດໃຫ້ມີການຈົກສະຫລາກເອົາ ວິທີເຮັດກໍຄືໃຫ້ພໍ່ອອກແມ່ອອກຈົກເອົາຊື່ຂອງພຣະສົງ ຖືອົງໃດກໍເອົາເຄື່ອງໄປຖວາຍອົງນັ້ນ.

ໃນຕອນນັ້ນ ຜູ້ທີ່ເປັນປະມຸກສູງສຸດຝ່າຍພຣະສົງກໍແມ່ນພຣະພຸດທະອົງ ແລະຜູ້ນ້ອຍສຸດແມ່ນ ສາມະເນນ ສັນຈິດຈະ, ສ່ວນຝ່າຍທາງຄະລືຫັດແມ່ນພຣະເຈົ້າປະເສນທິໂກສົນ ເປັນຜູ້ສູງສຸດ ແລະຜູ້ມີຖານະຕ່ຳສຸດແມ່ນຊາດທຸກຄະຕະ(ຜູ້ທຸກຍາກ). ຊາຍທຸກຄະຕິ ເຖິງແມ່ນວ່າຈະເປັນຜູ້ທຸກຍາກຂາດເຂີນ ແຕ່ກໍມີຈິດໃຈໃສສັດທາຢາກເຮັດບຸນນຳເພິ່ນ ຈິ່ງພະຍາຍາມຊອກຫາສິ່ງຂອງທີ່ຈະມາຖວາຍທານແກ່ ພຣະສົງ ດ້ວຍເຫດນີ້ລາວຈິ່ງໄດ້ຂົນຂວາຍຫາເຂົ້າຂອງທີ່ຈະໃຫ້ທານໃຫ້ໄດ້ ເຖິງແມ່ນວ່າຈະບໍ່ມີເຂົ້າ ແລະອາຫານການກິນທີ່ມີຣົສແຊບຊ້ອຍກໍ ລາວກໍໄດ້ພະຍາຍາມຊອກຫາເອົາຮຳມາໝົກເປັນກ້ອນ ເພື່ອກຽມໄປຖວາຍໃຫ້ແກ່ພຣະສົງ.

ເມື່ອເຖິງຄາວຈົກສະຫລາກ ພຣະພຸດທະອົງຈົກຖືກສະຫລາກຂອງຊາຍທຸກຄະຕະ, ສ່ວນວ່າພຣະເຈົ້າປະເສນທິໂກສົນ ແມ່ນຈົກຖືກສາມະເນນນ້ອຍ ສັນຈິດຈະ. ເມື່ອເປັນແນວນັ້ນພຣະເຈົ້າປັດເສນທິໂກສົນ ແລະແມ່ນແຕ່ບຸກຄົນທົ່ວໄປທີ່ມາຮ່ວມບຸນ ເກີດມີຄວາມຄິດພາຍໃນໃຈ ຢາກໃຫ້ປ່ຽນເຄື່ອງຖວາຍທານນັ້ນ ຄື ໃຫ້ພຣະເຈົ້າປະເສນທິໂກສົນຖວາຍໃຫ້ພຣະພຸດທະເຈົ້າ ສ່ວນຂອງຊາຍທຸກຄະຕະນັ້ນໃຫ້ສາມະເນນນ້ອຍ.

ເມື່ອນັ້ນ ພຣະພຸດທະອົງຮູ້ວາຣະຈິດແຫ່ງພຣະເຈົ້າປັດເສນທິໂກສົນແລະບຸກຄົນທົ່ວໄປທີ່ໄປຮ່ວມງານ ຈິ່ງໄດ້ສັນອາຫານທີ່ເປັນກ້ອນຮຳຂອງຊາຍທຸກຄະຕະ. ໃນຕອນນັ້ນ ເຫດຮ້ອນຮອດທວາຍເທບເທວາ ວ່າພຣະພຸດທະອົງຈະສັນຮຳຂອງຊາຍທຸກຄະຕະ ຖ້າວ່າພວກເຂົານິ້ງດູດາຍ ຫົວກໍຈະແຕກອອກເປັນສ່ຽງໆ ເທວະດາຈິ່ງໄດ້ສະເດັດມາປຸງຣົສອາຫານໃຫ້ເປັນທິບ ຕອນທີ່ພຣະພຸດທະອົງກຳລັງສັນຢູ່ນັ້ນ. ກິ່ນຂອງຮຳໄດ້ກະຈາຍໄປເຖິງທຸກຄົນຢູ່ໃນສະຖານທີ່ນັ້ນ ເຮັດໃຫ້ຄົນແຖວນັ້ນໄດ້ມີຄວາມຮູ້ສຶກອີ່ມໜຳສຳລານ ຈະກາຍໄດ້ກິ່ນອັນເປັນທິບຂອງຮຳຂອງຊາຍທຸກຄະຕະ.

ເມື່ອສັນພັດຕາຫາຍສຳເລັດເປັນທີ່ຮຽບຮ້ອຍແລ້ວ ພຣະພຸດທະອົງຈິ່ງໄດ້ຕັດສະແດງພຣະສັດທັມມະເທສນາແກ່ຄົນທັງຫລາຍ ໃຫ້ມີຄວາມປິຕິໂສມະນັດຍິນດີໃນການໄດ້ມີໂອກາດຖວາຍທານແກ່ພຣະສົງ ເຖິງແມ່ນວ່າຈະຈົກສະຫລາກຖືກຜູ້ໃດນອກຈາກພຣະພຸດທະອົງ ກໍບໍ່ໃຫ້ນ້ອຍໃຈເສັຍດາຍ. ພຣະພຸດທະອົງໄດ້ຕັດວ່າ ຊາຍທຸກຄະຕະນັ້ນເຄີຍໄດ້ເປັນໂຍມອຸປະຖາກຂອງເພິ່ນຫລາຍຊາດນັບບໍ່ຖ້ວນແລ້ວ ຈິ່ງຈົກສະຫລາກຖືກ, ສ່ວນວ່າພຣະເຈົ້າປັດເສນທິໂກສົນທີ່ຖືກສາມະເນນນ້ອຍນັ້ນ ກໍບໍ່ແມ່ນບຸກຄົນທຳມະດາ ເປັນເຊື້ອສາຍຍາດພີ່ນ້ອງກັນມາແຕ່ຊາດປາງກ່ອນນັບບໍ່ຖ້ວນເຊັ່ນກັນ ແລະທີ່ສຳຄັນສາມະເນນນ້ອຍອົງນີ້ ຄືພຣະສີອະຣິຍະເມດໄຕທີ່ຈະມາຕັດໃນພາຍພາກໜ້າ.

ເມື່ອພຣະທັມມະເທສະໜາຈົບລົງ ໃຜກໍເກີດມີຄວາມປິຕິຊົມຊື່ນຍິນດີໃນພຣະສັດທັມມະເທສະໜາ ແລ້ວອີ່ມໜຳສຳລານດ້ວຍກິ່ນອາຍຂອງອາຫານທິບ. ຍ້ອນແນວນີ້ເອງຈິ່ງເປັນທີ່ມາຂອງຄຳວ່າ ພາເຂົ້າທິບ ທີ່ຊາວພຸດລາວເຮົາພາກັນນິຍົມກັນເຮັດໄປຖວາຍພຣະແຕ່ອະດີດຈົນຮອດປະຈຸບັນ.

ຈຸດປະສົງຂອງການເຮັດບຸນຫໍ່ສະຫລາກນີ້ ເປັນປະເພນີທີ່ດີງາມ ເພື່ອປະຕິບັດບໍ່ໃຫ້ມີການແບ່ງຊົນຊັ້ນວັນນະໃນສັງຄົມ ເປີດໂອກາດໃຫ້ພຣະສົງສາມະເນນແລະຍາດໂຍມທົ່ວໄປ ໄດ້ມີໂອກາດໄດ້ສ່ຽງສະຫລາກຕາມຄວາມເໝາະສົມຕາມບຸບພະກັມ ຫລືບຸບເພຈະກະຕະປຸນຍະຕາ ຄືເປັນຜູ້ທີ່ເຮັດບຸນຮ່ວມກັນມາແຕ່ຊາດປາງກ່ອນ ເພາະວ່າບາງຄົນ ກໍເຄີຍໄດ້ເປັນພີ່ເປັນນ້ອງກັນມາແລ້ວນັບຊາດບໍ່ຖ້ວນ ອີກຢ່າງກໍເພື່ອໃຫ້ເກີດລະບົບທັມມາທິປະໄຕໄປໃນໂຕ ບໍ່ໃຫ້ມີຄວາມເຫລື່ອມລ້ຳຕ່ຳສູງໃນສັງຄົມ.

(ຈົບ)

ູຄັດຫຍໍ້ມາຈາກບົດພຣະທັມມະເທສະໜາ ຂອງຍາທ່ານໃຫຍ່ມະຫາຜ່ອງ ສະມາເລີກ


...............

ສິ່ງທີ່ຈະອະທິບາຍພິເສດ:


ສິ່ງໜຶ່ງທີ່ທ່ານຜູ້ອ່ານອາດຈະຄຶດສົງໄສວ່າ ເປັນຫຍັງຊາຍທຸກຄະຕະ ຖ້າຫາກວ່າເຄີຍເປັນໂຍມອຸປະຖາກພຣະພຸດທະເຈົ້າມາ ເປັນເວລາຫລາຍພົບຫລາຍຊາດ ຄືບໍ່ເຫັນໄດ້ເກີດມາເປັນຜູ້ມີຖານະດີ ຊາດນີ້ຄືຍັງທຸກຢູ່? ຄຳຕອບທີ່ເປັນໄປໄດ້ກໍຄື ລາວອາດຈະຍັງເປັນຜູ້ທີ່ໃຊ້ກັມອີກບາງຢ່າງຢູ່ ແລະກຳລັງບຳເພັນປາຣະມີສືບຕໍ່ໄປອີກ.

ອີກຢ່າງໜຶ່ງ ກ່ຽວກັບການເຮັດບຸນຫໍ່ເຂົ້າສະຫລາກນີ້ ຕົກມາຮອດຍຸກປັດຈຸບັນ ຄົນສ່ວນໃຫຍ່ເລີ່ມຈະບໍ່ຢາກປະຕິບັດຕາມປະເພນີທີ່ພຣະພຸດທະອົງມີບໍຣົມພຸດທານຸຍາດໄວ້ ຄື ຄົນໃນສະໄໝນີ້ຢາກພາກັນເຮັດມັກງ່າຍຂື້ນ ບໍ່ຢາກມີການຈົກສະຫລາກ ຢາກຖວາຍເຈາະຈົງຫລາຍກ່ວາ ເພື່ອເອົາໃຈເຈົ້າສັດທາທີ່ຢາກຖວາຍແກ່ພຣະຜູ້ໃຫຍ່ຫລາຍກ່ວາພຣະຜູ້ນ້ອຍ ແລະສາມະເນນ ບາງວັດກໍມີການຈັດເຄື່ອງທານໃໝ່ ແບ່ງເປັນພູດໃຫ້ສະເໝີກັນແລ້ວຈິ່ງຈົກສະຫລາກກໍມີ. ສິ່ງດັ່ງກ່າວນີ້ ເປັນສິ່ງທີ່ພຣະພຸດທະເຈົ້າຊົງຕິຕຽນ ແລະໄດ້ທຳນາຍເຫດການລ່ວງໜ້າໄວ້ແລ້ວໃນຄຳພີໃບລານເຮົາກໍປະກົດເຫັນໃນໜັງສື ມະຫານາມະບັນຫາ ພຣະພຸດທະອົງໄດ້ຊົງກ່າວເອົາໄວ້ວ່າ ໃນອະນາຄົດພາຍພາກໜ້າ ຄົນຈະບໍ່ຫົວຊາຕໍ່ການຢາກຈົກສະຫລາກແບບນີ້ ເຂົາຈະປ່ຽນແປງເປັນການຖວາຍເຈາະຈົງໂລດ...ອັນນີ້ເປັນສິ່ງທີ່ປາກົດເຫັນໃນຄຳພີໃບລານ ແລະດຽວນີ້ ກໍເຫັນວ່າມີບາງວັດ ບາງເຂດເປັນແລ້ວ ເຊິ່ງເປັນການບໍ່ດີປານໃດ ເພາະບໍ່ຮັກສາຮີດເກົ່າຄອງຫລັງ ເໝືອນດັ່ງພຣະພຸດທະອົງໄດ້ຊົງທຳນາຍເອົາໄວ້ແທ້ໆ.

3 comments:

  1. http://buddhaandculture.blogspot.com/2011_09_09_archive.html

    ReplyDelete
  2. ຂຽນກະທັດລັດ ພໍໃຫ້ໄດ້ໃຈຄວາມ...

    ReplyDelete