Wednesday, September 28, 2011

ພຣະອາຈາຣຍ໌ປູ່ ສຸກາວ ປັນຍາ ວຸດໂທ



ສະບາຍດີທ່ານຜູ້ອ່ານທີ່ຮັກແພງ,


ມື້ນີ້ ຂໍນຳສະເໜີປະຫວັດຂອງບູຣະພາຈາຣຍ໌ ຂອງລາວເຮົາ ເຊິ່ງທ່ານຜູ້ນີ້ ຫຼາຍຄົນອາດເຄີຍໄດ້ຍິນຜ່ານຫູ ຜ່ານຕາ ໃນການເລົ່າເຖິງປະຫວັດສາດລາວເຮົາ ສະໄໝຕົກເປັນຫົວເມືອງຂື້ນຂອງຈັກກະພັດຝຣັ່ງ ແລະ ສະຫຍາມ. ອົງແກ້ວ ແລະ ອົງກົມມະດຳ ແມ່ນຊື່ທີ່ພວກເຮົາມັກໄດ້ຍິນ ແຕ່ເຮົາບໍ່ຮູ້ວ່າ ອົງແກ້ວນັ້ນຫາຍສາບສູນໄປໃສ ໃນປະຫວັດສາດລາວເຮົາ. ການນຳສະເໜີປະຫວັດນີ້ ແມ່ນອີງໃສ່ປື້ມ ຊີວະປະຫວັດຫຍໍ້ ຂອງຫລວງປູ່ ສຸກາວ ຍານະວຸດໂທ ຂຽນໂດຍ ຍາທ່ານໃຫຍ່ ມະຫາຜ່ອງ ສະມາເລີກ ທີ່ວັດອົງຕື້ມະຫາວິຫານ, ນະຄອນຫຼວງວຽງຈັນ. ແຕ່ຈະບໍ່ເລົ່າລະອຽດ ທ່ານໃດສົນໃຈຢາກອ່ານ ກະລຸນາຊອກຫາອ່ານປື້ມເອົາເອງເພາະວ່າມັນຍາວຫຼາຍ.


.......................................................

ພຣະອາຈາຣຍ໌ປູ່ ສຸກາວ ປັນຍາ ວຸດໂທ ເກີດເມື່ອວັນທີ 1 ເມສາ ພ.ສ. 2420(1877) ທີ່ບ້ານຫ້ວຍຍາງນ້ອຍ ຕາແສງນາແກວ ເມືອງຊະນະສົມບູນ ແຂວງຈຳປາສັກ. ຊື່ພໍ່ ພົມຫຼວງສີ ຊື່ແມ່ ທອງມີ ມີພີ່ນ້ອງຮ່ວມກັນ 5 ຄົນຄື:




  1. ທ້າວສີ

  2. ທ້າວສຸກາວ (ແກ້ວ)

  3. ທ້າວຜຸຍ

  4. ນາງນວນ

  5. ທ້າວປຸນ



ສຸກາວ ເປັນລູກ ຜູ້ທີສອງຂອງຄອບຄົວ ຊື່ເດີມເພິ່ນແມ່ນ ຊື່ວ່າ ແກ້ວ ເມື່ອຍັງນ້ອຍ ເປັນຄົນເຈົ້າລະບຽບ ມັກຈົບມັກງາມ ແລະເປັນຄົນສະຫຼາດ ມັກຟັງຜູ້ໃຫຍ່ສົນທະນາເລື່ອງຂອງຮີດຄອງປະເພນີ ແລະ ເລື່ອງ ສຳຄັນໆ ຕາມພາສາຜູ້ໃຫຍ່ ທີ່ເດັກນ້ອຍຮຸ່ນລາວຄາວດຽວກັບແກ້ວ ອາດຈະບໍ່ສົນໃຈຟັງ ຍ້ອນແນວນັ້ນ ຈິ່ງເຮັດໃຫ້ທ້າວແກ້ວ ເປັນຄົນສະຫຼາດ ມີແວວແລະພອນສະຫວັນໄປທາງ ການສະແຫວງຫາສະຕິ ປັນຍາ. ເມື່ອຜູ້ໃຫຍ່ເຫັນ​ແວວຄວາມສຳຄັນແນວນັ້ນ ຈິ່ງໄດ້ສົ່ງໃຫ້ທ້າວແກ້ວເຂົ້າບວດເປັນສາມະເນນ ເພື່ອສຶກສາຮ່ຳຮຽນພາຍໃນວັດ ຈິ່ງມີໂອກາດໄດ້ສຶກສາ ພຣະທັມວິໄນ ຮີດຄອງປະເພນີ ຕົວອັກສອນທັມ ແລະອ່ານນິທານຕາມໜັງສືຜູກໃບລານຕ່າງໆ ຈົນເຮັດໃຫ້ຈົວແກ້ວ ມີຜະຫຍາຄົມຄາຍ ກາຍເປັນອ້າຍ ຈົວເທດເກັ່ງ ເວົ້າເກັ່ງ ເປັນທີ່ນິຍົມຂອງພໍ່ອອກ ແມ່ອອກ.

ຄັນຕໍ່ມາເມື່ອອາຍຸໄດ້ 19 ປີ, ຈົວແກ້ວ ກໍໄດ້ສິກຂາລາເພດອອກມາ ສູ່ຄະຣາວາດຢ້າວເຮືອນ ເປັນອ້າຍ ຊຽງທີ່ມີຜະຫຍາປະຕິພານ ເປັນທີ່ນິຍົມນັບຖືຂອງຜູ້ເຖົ້າ ລູງຕາ ຍ້ອນວ່າເພິ່ນຮູ້ຈັກເວົ້າຈັກວ່າ ເຊັ່ນ ເວລາໄປງັນເຮືອນດີ ກໍຍັງມີໂອກາດເລົ່ານິທານ ແນວດີໆຕາມສູດຕາມທັມສູ່ຜູ້ອື່ນຟັງ ຊ່ຳຍາຄູ ຍາຊາເອົາໂລດ.

ໃນຕອນນັ້ນ ສະພາບການບ້ານເມືອງກຳລັງຂ້ຽວຂອດຮ້ອນເຮັ່ງ ຍ້ອນປະເທດລາວ ເຮົາຕົກຢູ່ໃນແອກ ຄອບຄອງຂອງຈັກກະພັດຝຣັ່ງແລະສະຫຍາມ ປະຊາຊົນລາວຖືກຂົ່ມເຫັງບັງບຽດນານາປະການ ຈົນກໍ່ໃຫ້ເກີດການລຸກຮື້ຂື້ນຕໍ່ສູ້ຂອງປະຊາຊົນ ເພື່ອທວງເອົາຄວາມຍຸຕິທັມ. ພາກສ່ວນທີ່ຕໍ່ສູ້ກັບຝຣັ່ງນັ້ນ ແມ່ນນຳໂດຍ ອົງກົມມະດຳ ສ່ວນທີ່ຕໍ່ສູ້ກັບສະຫຍາມນັ້ນ ແມ່ນນຳພາໂດຍອົງແກ້ວ. ອົງກົມມະດຳ ຖືກຝຣັ່ງຈັບໄດ້ແລ້ວນຳເອົາໄປປະຫານຊີວິດ ສ່ວນອົງແກ້ວນັ້ນ ສະຫຍາມຖືວ່າເປັນກະບົດ ຈິ່ງໄດ້ຍົກ ກອງກຳລັງມາທຳລາຍປະຫັດປະຫານປະຊາຊົນ ໃນຕອນນັ້ນ ອົງແກ້ວກໍໄດ້ຫຼົບໜີໄປ ໃນປະເທດໄທ ຈົນຮອດກຸງເທບ.

ການດຳລົງຊີວິດຂອງອົງແກ້ວໃນປະເທດໄທນັ້ນ ເພິ່ນໄດ້ປ່ຽນຊື່ຈາກ ແກ້ວ ມາເປັນສຸກາວ ແລ້ວເຄື່ອນ ທີ່ໄປເລື້ອຍໆ ຜ່ານຊີວິດຍາກລຳບາກ ແຕ່ກໍເອົາຕົວລອດໄດ້ຍ້ອນວ່າເປັນຄົນມີພອນສະຫວັນ ແລະ ໄຫວພິບປະຕິພານຢູ່ແລ້ວ ເກືອບວ່າສາມາດເຂົ້າຫາຄົນທຸກລະດັບໄດ້ ເປັນຄົນມັກເລົ່ານິທານ ແລະ ແມ່ນແຕ່ເລື່ອງສາມກົກກໍຍັງເລົ່າໄດ້ ຈິ່ງເຮັດໃຫ້ເປັນທີ່ຖືກ​ໃຈຂອງໝູ່ເພື່ອນແລະຜູ້ພົບເຫັນ. ການເດີນ ທາງໄດ້ນຳພາໃຫ້ອົງແກ້ວໄປພົບນາຍຕຳຫຼວດທີ່ມີຍົດເຖິງນາຍພັນ ທີ່​ມີຊ້າງຫຼາຍ​ໂຕ ຢູ່ທາງຈັງຫວັດ ອຸບົນ ໄດ້ຮັບເອົາ ສຸກາວ ເປັນລູກບຸນທັມ ທີ່​ເພິ່ນຮັກຄືກັນກັບລູກແທ້ໆ. ຍ້ອນຄວາມຮັກອັນນັ້ນ ຈິ່ງເຮັດໃຫ້ ສຸກາວ ໄດ້ກາຍເປັນຕຳຫຼວດນຳພໍ່ ແຕ່ກໍບໍ່ໄດ້ເຮັດວຽກຢູ່ໃນຫ້ອງການ ພຽງແຕ່ໄປຄຸມ ຊ້າງຂອງພໍ່ທີ່ພໍ່ຄ້າ ໄດ້ເຊົ່າໄປແກ່ລາກໄມ້ທ່ອນມາຂາຍ.

ໃນຕອນນັ້ນ ສຳນັກປະຕິບັດທັມທີ່ກຳລັງໄດ້ຮັບຄວາມເຄົາລົບນຳຖື ຂອງຄົນທົ່ວໄປແມ່ນສາຍຂອງ ຫຼວງປູ່ເສົາແລະຫຼວງປູ່ ໝັ້ນ ພູຣິທັຕໂຕ, ແຕ່ລະມື້ ຈະມີຄົນໄປຟັງເທດ ຟັງທັມ ແລະປະຕິບັດທັມ ບໍ່ໄດ້ຂາດສາຍ. ປູ່ສຸກາວ ເມື່ອຄາວເປັນຜູ້ຕິດຕາມຊ້າງກໍໄດ້ໄປພໍ້ສຳນັກປະຕິບັດທັມ ທີ່ມີຜູ້ຄົນ ໄປຟັງທັມແນວນັ້ນ ຈິ່ງສົນໃຈເຂົ້າໄປຟັງ ເບື້ອງຕົ້ນກໍເປັນໂຍມ ແຕ່ຕໍ່ມາ ຍ້ອນສັດທາ ແລະ ເຄີຍ ມີມູນເກົ່າຢູ່ແລ້ວ ຈິ່ງໄດ້ຕັດສິນໃຈບວດເປັນພໍ່ຂາວ ໂດຍທີ່ບໍ່ໄດ້ກັບມາຄອບພໍ່ບຸນທັມ. ເມື່ອປະຕິບັດ ທັມຢູ່ນັ້ນ ໄດ້ມີໂອກາດສົນທະນາທັມ ແລະບາງຄັ້ງກໍເທດໃຫ້ໝູ່ໃນກຸ່ມຟັງ. ທາງວິປັສສນາຈາຣຍ໌ ເຫັນແວວ ຈິ່ງໄດ້ຖາມວ່າ ພໍບວດໄດ້ແລ້ວບໍ? ເມື່ອເປັນແນວນັ້ນ ປູ່ສຸກາວຈິ່ງວ່າ ບວດໄດ້ແລ້ວ ແຕ່ຕ້ອງໄດ້ກັບມາຂໍອະນຸຍາດຈາກພໍ່ບຸນທັມກ່ອນ. ​ເມື່ອ​ມາ​ຄອບ​ພໍ່ບຸນ​ທັມ ​ເພິ່ນ​ກໍ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ ​ແລ້ວ​ຫ້າງ​ຫາ​ກະກຽມ ​ແຕ່ງ​ເຄື່ອງ​ກອງ​ບວດ​ໃຫ້​ຢ່າງສົມກຽດ ​ແລ້ວ​ໄປ​ບວດ​ໃນ​ສຳນັກ​ຂອງ​ຫຼວງ​ປູ່​ເສົາ ກັນ​ຕະສີ​ໂລ.

ເມື່ອຫຼວງປູ່ສຸກາວໄດ້ບວດ ແລະປະຕິບັດທັມໃນສຳນັກຂອງຫຼວງປູ່ໝັ້ນ ແລະຫຼວງປູ່ເສົາພໍສົມຄວນ ​ເກີດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຄຣູບາ​ອາຈານ ເພິ່ນຈິ່ງໄດ້ຖືກສົ່ງມາເຜີຍແຜ່ພຸດທະສາສນາໃນບ້ານເກີດ. ຈິ່ງໄດ້ເດີນທາງກັບມາທີ່ບ້ານຫ້ວຍຍາງ ເມືອງຊະນະສົມບູນ. ເມື່ອກັບມາຮອດບ້ານ ຍາດຕິພີ່ນ້ອງ ໄດ້ລົ້ມຫາຍຕາຍຈາກໄປເກືອບໝົດ ຍັງເຫຼືອແຕ່ ນາງນວນ. ຈິ່ງໄດ້ສືບທາວຫາ ແລະຊາວ ບ້ານຊາວ ເມືອງກໍຮັບຮູ້ກັນ. ໃນຕອນນັ້ນ ທາງຊາວບ້ານຈິ່ງນິມົນໃຫ້ຢູ່ວັດຫ້ວຍຍາງຊົ່ວຄາວ ແລ້ວຕໍ່ມາຈິ່ງມີ ຄະນະກຳມະການມາປະຊຸມ ຫາວັດໃຫ້ເພິ່ນເພື່ອຄວາມເໝາະສົມໃນການປະຕິບັດທັມ ຈຳວັດເປັນ ອະຣັນຍະວາສີ(ວັດປ່າ) ເຊິ່ງໃນສະໄໝນັ້ນແມ່ນ ຍາທ່ານໃຫຍ່ ຄູນ ມະນີວົງ ເປັນປະທານແຂວງ ແລະ ຍາທ່ານຜ່ອງ ເປັນເລຂາ ໄດ້ຈັດຕັ້ງຄະນະສຳຫຼວດເບິ່ງວັດທີ່ເຫັນວ່າເໝາະສົມ ເລີຍໄດ້ນິມົນໃຫ້ ເພິ່ນປະຈຳຢູ່ວັດຖ້ຳພະເຈົ້າຄອກ, ເມືອງຊະນະສົມບູນໃນປັດຈຸບັນ.

ເມື່ອຫຼວງປູ່ ສຸກາວ ປັນຍາວຸດໂທ ໄດ້ພຳນັກຢູ່ນັ້ນ ກໍໄດ້ມີພຣະສົງສາມະເນນ, ແມ່ຂ່າວ ຕະຫຼອດຮອດ ອອກຕົນຍາດໂຍມຫຼັ່ງໄຫຼກັນມາ ປະພຶດປະຕິບັດທັມຢ່າງຫຼວງຫຼາຍ ຈົນກາຍເປັນສຳນັກວິປັສສນາ ກັມມະຖານ ແມ່ນແຕ່ບິດາ ຂອງຂ້າພະເຈົ້າເອງ ຕອນທີ່ເພິ່ນບວດ ກໍຍັງໄດ້ໄປປະຕິບັດທັມ ນຳຫຼວງປູ່ສຸກາວ ທີ່ມີຊື່ສຽງໃນສະໄໝນັ້ນ. ຫຼວງປູ່ໄດ້ສ້າງລູກສິດລູກຫາໄວ້ຈຳນວນຫຼວງຫຼາຍ ໜຶ່ງໃນນັ້ນທີ່ຂ້າພະເຈົ້າພົບເຫັນໃນປັດຈຸບັນ ແມ່ນຫຼວງປູ່ມະຫາ ປຸ້ຍ ຜູ້ປະຈຳຢູ່ວັດພູກະແຕ ເມືອງຊະນະສົມບູນໃນປັດຈຸບັນ ແລະ ຜູ້ທີ່ມີຊື່ສຽງໂດ່ງດັງອີກທ່ານໜຶ່ງ ຄື ຫຼວງປູ່ເຖຣ ຢູ່ພູລັງກາ ນະຄອນພະນົມ(ມະຣະນະພາບແລ້ວ).

ຕະຫຼອດລະຍະເວລາທີ່ເພິ່ນໄດ້ພຳນັກ ບຳເພັນສະມະທັມ ສັ່ງສອນສິດສານຸສິດຢູ່ຖ້ຳພະເຈົ້າຄອກນັ້ນ ກໍມີຍາ ທ່ານໃຫຍ່ຜ່ອງ ສະມາເລີກ​ ເປັນຜູ້ອຸປະຖຳຄ້ຳຊູ ຢູ່ບໍ່ໄດ້ຂາດບາງຄັ້ງກໍມີອຸປະສັກຈາກ​ການ​ແຊກ​ແຊງ​ຂອງ​ພວກ​ຝຣັ່ງອີກ​ຕາມ​ເຄີຍ ທີ່​ເຫັນ​ວ່າວັດ​ປ່າ​ເປັນ​ວັດ​ທີ່​ບໍ່​ດີ ອາດ​ຈະ​ເປັນ​ວັດ​ເຕົ້າ​​​​​​​ໂຮມ​ກຳລັງຂອງ​ພວກ​​ແນວ​ລາວ​ຮັກ​ຊາດພວກ​ເຂົາ​ຢາ​ກ​ໃຫ້​ຍຸບ​ ແຕ່ກໍຖືກແກ້ໄຂຜ່ານ​ຜ່າ​ບັນຫາ​ມາ​ໄດ້ດ້ວຍບຸນຍາປາຣະມີທັມ.


ເມື່ອອາຍຸສັງຂາຣ ລ່ວງເລີຍມາຮອດອາຍຸ 84 ປິ ຄືໃນປີ 1961, ຫຼວງປູ່ ສຸກາວ ກໍໄດ້ລາສັງຂາຣ ໄປຢ່າງສະຫງົບ ທ່າມກາງຄວາມອາໄລຫາຂອງສິດສານຸສິດ. ຫຼວງປູ່ປຸ້ຍ ໄດ້ເລົ່າສູ່ຂ້າພະເຈົ້າຟັງວ່າ ຕອນທີ່ສູດມາຕິກາ ໃນວັນທຳອິດຂອງງານສົບຫຼວງປູ່ ບັນດາແມ່ຂາວ ແລະຍາປູ່ທີ່ບໍ່ສະບາຍ ລົງມາຮ່ວມ ບໍ່ໄດ້ ພັກຢູ່ໃນຖ້ຳ ໃນກຸຕິ ເລົ່າວ່າ ໃນຕອນທີ່ສູດໃຫ້ບຸນ ພວກເຂົາເຈົ້າໄດ້ຍິນສຽງດົນຕີທີ່ມ່ວນອອນຊອນ ບັນເລງມາຈາກເບື້ອງບົນ ເປັນດົນຕີທີ່ມ່ວນມະຫັດສະຈັນ ບໍ່ເຄີຍໄດ້ຍິນໃນເມືອງມະນຸດ ເພິ່ນບອກວ່າ ນັ້ນແມ່ນສຽງຈາກສວງສະຫວັນ ມາແຫ່ແຫນເອົາຫຼວງປູ່(ອັນນີ້ແມ່ນເລົ່າເສີມ ບໍ່ມີໃນປື້ມທີ່ຍາທ່ານ ຜ່ອງຂຽນ).

ຫຼວງປູ່ສຸກາວ ເປັນບູຣະພາຈາຣຍ໌ທີ່ເຄົາລົບບູຊາອົງໜຶ່ງໃນຈຳນວນພຣະສົງລາວເຮົາ, ເປັນປູຊະນີຍາຈາຣຍ໌ທີ່ສຳຄັນອົງໜຶ່ງ ທີ່ມີຕົ້ນໂພເກີດຂື້ນໃນກອງຟອນຂອງເພິ່ນ ເມື່ອດັດ ສະກອນທ້ອນອັດຖິແລ້ວ, ຕາມຄວາມເຊື່ອ ບຸກຄົນໃດທີ່ມີຕົ້ນໂພເກີດຂື້ນໃນກອງພອນ ຜູ້ນັ້ນແມ່ນໜໍ່ພຸດທັງກູລ ຄື ເຊື້ອສາຍຂອງພຣະພຸດທະເຈົ້າ ຜູ້ທີ່ປາຖະໜາເປັນພຣະໂພທິສັດ ແລະຈະເປັນພຣະພຸດທະເຈົ້າໃນອະນາຄົດ ເມື່ອບຳເພັນປາຣະມີບໍລິບູນແລ້ວ. ໃນຕອນນັ້ນ ມີຍາທ່ານໃຫຍ່ຜ່ອງ ສະມາເລີກ ເປັນຜູ້ດູແລ ແລະສ້າງພຣະທາດໃຫຍ່ ເພື່ອບັນຈຸອັດຖິຂອງ ເພິ່ນໃນວັດຖ້ຳພຣະເຈົ້າຄອກນັ້ນເອງ.

ເມື່ອຫຼວງປູ່ສິ້ນໄປແລ້ວ ວັດຖ້ຳພະເຈົ້າຄອກທີ່ເຄີຍມີພຣະສົງຫຼັ່ງໄຫຼມາປະພຶດປະຕິບັດທັມ ກໍຄ່ອຍໆປ່ຽນແປງໄປຕາມການເວລາ ບາງປີກໍຖືກປະຮ້າງໄວ້ໃຫ້ງົວຄວາຍເປັນເຈົ້າເຝົ້າ. ແຕ່ມາວ່າງບໍ່ດົນນີ້ ຍາທ່ານຜ່ອງ ເພິ່ນໄດ້ກັບໄປເບິ່ງແຍງ ແລ້ວສ້າງທາງເຂົ້າໄປວັດນີ້ ເພື່ອສືບຕໍ່ໃຫ້ເປັນວັດປະຕິບັດວິປັສສນາກັມມະຖານເໝືອນກັບໃນເມື່ອກ່ອນ.


........................................


ຂໍຈົບການເລົ່າປະຫວັດໂດຍຫຍໍ້ໄວ້ພຽງທໍ່ນີ້ ທ່ານໃດສົນໃຈອ່ານປື້ມປະຫວັດເພິ່ນ ໃຫ້ມາຕິດຕໍ່ເອົານຳຍາທ່ານວັດອົງຕື້ດ້ວຍຕົນເອງ.


..............................................

Image and video hosting by TinyPic Image and video hosting by TinyPic


ອ່ານໃນ PDF LuangpuSukao




ຫລືຈະຕິດຕາມອ່ານສະບັບທີ່ເປັນປຶ້ມສົມບູນຈາກພຣະອາຈານໃຫຍ່ ມະຫາຜ່ອງ ສະມາເລີກ ທີ່ຈະເອົາມາລົງໄວ້ໃນໝວດອ່ານປຶ້ມໄວໆນີ້.

No comments:

Post a Comment