Tuesday, September 13, 2011

ເຄັດລັບສູ່ຄວາມສຳເລັດ


ມະນຸດທຸກຄົນລ້ວນແລ້ວແຕ່ໄຝ່ຝັນເຖິງຄວາມສຳເລັດໃນການດຳເນີນຊີວິດຂອງຕົນ. ແຕ່ມີບາງຄົນກໍປະສົບຜົນສຳເລັດ ບາງຄົນກໍຫລົ້ມເຫລວ ສິ່ງເຫຼົ່ານີ້ຍ່ອມມີສາເຫດທີ່ມາທີ່ໄປ ແລະທຸກຄວາມສຳເລັດນັ້ນ ຍ່ອມຈະໄດ້ມາຈາກຢາດເຫື່ອ ຄືຄວາມພາກພຽນພະຍາຍາມ ຄວາມຕັ້ງໃຈໝັ້ນດ້ວຍປະນິທານທີ່ບໍ່ຫວັ່ນໄຫວທີ່ຈະໄປເຖິງເປົ້າໝາຍຊີວິດທີ່ຕົນວາດຝັນເອົາໄວ້.

ໃນທາງພຸດທະສາສະໜາ ພຣະບໍຣົມສາສະດາໄດ້ຊົງສະແດງໄວ້ໃນ ປະຖົມສັມປະທາສູດ ເຊິ່ງເປັນພຣະສູດທີ່ຊີ້ຫົນທາງສູ່ຄວາມສຳເລັດ ສຳລັບບຸກຄົນຜູ້ທີ່ປາຖະໜາບັນລຸເຖິງຄວາມສຳເລັດໄດ້ນັ້ນ ຈະຕ້ອງປະກອບດ້ວຍຄຸນນະທັມ 8 ປະການນີ້ຄື:

1. ອຸຕຖານະສັມປະທາ: ມີຄວາມພຽບພ້ອມດ້ວຍຄວາມດຸໝັ່ນ
2. ອາຣັກຂະສັມປະທາ: ມີຄວາມພຽບພ້ອມດ້ວຍການຮູ້ຈັກຮັກສາດີ
3. ກັລຍານະມິຕຕະຕາ: ມີຄວາມພຽບພ້ອມດ້ວຍການມີເພື່ອນທີ່ດີ
4. ສະມະຊີວິຕາ: ມີຄວາມພຽບພ້ອມດ້ວຍການດຳເນີນຊີວິດທີ່ຖືກຕ້ອງ
5. ສັທທາສັມປະທາ: ມີຄວາມພຽບພ້ອມດ້ວຍສັດທາຄືຄວາມເຊື່ອຄວາມເຫຼື້ອມໃສ
6. ສີລະສັມປະທາ: ມີຄວາມພຽບພ້ອມດ້ວຍສິນ
7. ຈາຄະສັມປະທາ: ມີຄວາມພຽບພ້ອມດ້ວຍນ້ຳໃຈເສັຍສະລະ
8. ປັນຍາສັມປະທາ: ມີຄວາມພຽບພ້ອມດ້ວຍປັນຍາ

ຫຼືຈະເວົ້າເປັນພາສາງ່າຍໆວ່າ:

1. ດຸໝັ່ນ
2. ຮັກສາດີ
3. ມີກັລຍານະມິດ
4. ດຳເນີນຊີວິດຢ່າງເໝາະສົມ
5. ອຸດົມດ້ວຍສິນ
6. ຍິນດີດ້ວຍສັດທາ
7. ຈິດໃຈເອື້ອອາທອນຮູ້ແບ່ງປັນ
8. ມີປັນຍາເປັນເຄື່ອງຊີ້ນຳທາງ

ເສັ້ນທາງແຫ່ງການກ້າວໄປສູ່ຄວາມສຳເລັດໃນຊີວິດແລະເຖິງພ້ອມດ້ວຍຄວາມບໍລິບູນພູນສຸກນັ້ນ ຜູ້ທີ່ກຳລັງດຳເນີນຢູ່ຕາມເສັ້ນທາງນັ້ນ ຈະຕ້ອງເປັນຜູ້ທີ່ປະກອບດ້ວຍຄວາມດຸໝັ່ນໃນການທຳມາຫາລ້ຽງຊີບ ບໍ່ວ່າຢູ່ໃນຖານະອາຊີບໃດໆ ກໍຈະຕ້ອງເຮັດໜ້າທີ່ຂອງຕົນດ້ວຍຄວາມບາກບັ່ນ
ດ້ວຍການຢຶດຖືເອົາຄະຕິພົດຂອງລາວທີ່ວ່າ ໄປຢຽບໝາ ມາຢຽບຂຽດ ເປັນຕົ້ນ ເພາະວ່າ ຊີວິດຈະມີຄວາມກ້າວໜ້າກ້ານກຸ່ງຮຸ່ງເຮືອງໄດ້ນັ້ນ ບໍ່ແມ່ນເກີດຈາກສະຫວັນບັນດານແຕ່ຢ່າງໃດ ແຕ່ເກີດຈາກຈິດໃຈທີ່ສູ້ທົນ ບໍ່ຫວາດຫວັ່ນຕໍ່ອຸປະສັກແລະຂວາກໜາມ ຢາດເຫື່ອເທົ່ານັ້ນ ທີ່ຈະເປັນຂັ້ນໃດໄຕ່ພົ້ນທຸກ ຢ່າໄປຄອຍຄວາມສຸກຈາກສະຫວັນ; ທົນຂະຫຍັນເຮັດວຽກຈົນເຫື່ອອອກທຸກຂຸມຂົນ ດີກ່ວາຍາກຈົນ ແລ້ວນ້ຳໄຫຼອອກທາງຕາ.

ນອກຈາກຈະເປັນຄົນທີ່ຮູ້ຈັກຂະຫຍັນໝັ່ນພຽນແລ້ວ ຍັງຈະຕ້ອງເປັນຄົນທີ່ຮູ້ຈັກປະຢັດມັດທະຍັດ ຮັກສາຊັບສົມບັດເຂົ້າຂອງເງິນຄຳທີ່ຕົນຫາມາໄດ້ດ້ວຍ ນ້ຳພັກນ້ຳແຮງແລະດ້ວຍຄວາມສຸຈະຣິດ. ພະຍາຍາມຫາວິທີທາງຮັກສາຊັບສົມບັດໄວ້ໃຫ້ໄດ້ ບໍ່ໃຫ້ຜູ້ຮ້າຍຊາຍໂຈນມາລັກປຸ້ນເອົາໄປ ການເຮັດແນວນີ້ໄດ້ເພິ່ນເອີ້ນວ່າ ອາຣັກຂະສັມປະທາ.

ພ້ອມດຽວກັນນີ້ ການດຳເນີນຊີວິດຢູ່ໃນສັງຄົມໃດໜຶ່ງນັ້ນ ມະນຸດເຮົາບໍ່ອາດຢູ່ໂດດດ່ຽວລຳພັງໄດ້ ຈະຕ້ອງໄດ້ສະແຫວງຫາໝູ່ເພື່ອນທີ່ດີ ຜູ້ທີ່ຄອຍໃຫ້ກຳລັງໃຈ ໃຫ້ຄຳປຶກສາ ເວລາມີບັນຫາກໍຊ່ວຍແກ້ໄຂ ໃຫ້ຄຳແນະນຳຕັກເຕືອນ ເປັນເພື່ອນທີ່ດີໃນຍາມທຸກແລະສຸກ ລັກສະນະຂອງເພື່ອນທີ່ດີທີ່ສົມຄວນຄົບນັ້ນ ຄືຈະຕ້ອງເປັນຜູ້ທີ່ມີຄຸນນະທັມດີ ປະກອບດ້ວຍສິນ ມີຄວາມເມດຕາ ເປັນຜູ້ມີສັດທາຕັ້ງໝັ້ນໃນສາສະນະທັມຄຳສອນ ແລະວິທີທາງແຫ່ງການດຳເນີນຊີວິດທີ່ດີງາມ ຮູ້ຈັກຊ່ວຍເຫຼືອເກື້ອກູນ. ການທີ່ບຸກຄົນເຂົ້າໄປຄົບກັບເພື່ອນທີ່ດີແນວນີ້ ເອີ້ນວ່າ ກັລຍານະມິຕຕະຕາ.

ນອກຈາກນີ້ ເພື່ອເຮັດໃຫ້ຊີວິດດຳເນີນໄປຢ່າງເໝາະສົມ ພໍດີພໍງາມ ເຮົາຈະຕ້ອງຮູ້ຈັກລ້ຽງຊີວິດຢ່າງຊານສະຫຼາດ ບໍ່ໃຊ້ຈ່າຍຟຸມເຟືອຍ ຊັ່ງຊາລາຍຮັບລາຍຈ່າຍຂອງຕົນ ເວລາຈະບໍລິໂພກໃຊ້ສວຍສິ່ງໃດ ກໍພິຈາລະນາເຫັນສົມຄວນທີ່ຖ້ວນຄັກແນ່ ບໍ່ໃຊ້ຈ່າຍເກີນລາຍຮັບທີ່ຕົນເອງຫາມາໄດ້ ອັນນີ້ເພິ່ນເອີ້ນວ່າ ສະມະຊີວິຕາ.

ໃນບາດກ້າວແຫ່ງການດຳເນີນຊີວິດ ເວລາຈະລົງມີເຮັດວຽກງານໃດໆກໍຕາມ ຖ້າເຮົາມີຄວາມເຊື່ອໝັ້ນໃນຄວາມສາມາດຂອງຕົນແລ້ວ ວຽກງານດັ່ງກ່າວນັ້ນ ກໍນັບວ່າມີຄວາມສຳເລັດໄປແລ້ວເຄິ່ງໜຶ່ງ ເອີ້ນວ່າ ການມີສັດທາເຊື່ອໝັ້ນໃນຄວາມສາມາດຂອງຕົນ ວ່າຕົນສາມາດເຮັດໄດ້ ບໍ່ເຫຼືອວິໄສ. ນອກຈາກນີ້ ການມີສັດທາທີ່ຕັ້ງໝັ້ນບໍ່ຄອນແຄນຕໍ່ອຸດົມການອັນດີງາມ ຖືກຕ້ອງເປັນທັມ ບໍ່ຂັດກັບຄະດີໂລກແລະຄະດີທັມແລ້ວ ຍ່ອມຈະເຮັດໃຫ້ເຮົາກ້າວໄປຂ້າງໜ້າຢ່າງໝັ້ນຄົງ ແລະສິ່ງທີ່ສຳຄັນໄປກ່ວານັ້ນ ກໍຄືການມີສັດທາຄວາມເຊື່ອຕໍ່ການເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ ຫຼື ຈະເວົ້າອີກຢ່າງໜຶ່ງວ່າ ມີສັດທາຕໍ່ພຣະສັດທັມຄຳສອນຂອງພຣະສັມມາສັມພຸດທະເຈົ້າຢ່າງບໍ່ຫວັ່ນໄຫວ ແລ້ວນຳໃຊ້ທັມມະໃນການດຳເນີນຊີວິດ ສິ່ງເຫຼົ່ານີ້ ເພິ່ນເອີ້ນວ່າ ເປັນຜູ້ເຖິງພ້ອມດ້ວຍສັດທາ.

ນອກຈາກນີ້ ການມີສິນ ຍັງເປັນສິ່ງທີ່ຄ້ຳປະກັນໃຫ້ເຮົາປອດໄພຈາກການຕົກໄປສູ່ອະບາຍະພູມ ແມ່ນແຕ່ໃນປັດຈຸບັນຊາດແລະຊາດໜ້າ. ການຈະເລີນຮັ່ງມີ ມັ່ງຄັ່ງສົມບູນໃນພົບນີ້ນັ້ນ ຖ້າຫາກໄດ້ມາຈາກຢາດເຫື່ອ ດ້ວຍຄວາມອຸດສາຫະພະຍາຍາມແລ້ວ ຍ່ອມເປັນໜ້າພູມໃຈແກ່ຕົນແລະຄົນອ້ອມຂ້າງ ແຕ່ຖ້າໄດ້ມາຈາກການສໍ້ໂກງ, ຂີ້ຫຼັກ ໂລບຫຼອກລວງຄົນອື່ນມາ ແມ່ນຈະມີເຮືອນຕຶກສູງພຽງຟ້າ ກໍມີຄ່າຕ່ຳພຽງໜ້າດິນ ເພາະສິ່ງເຫຼົ່ານັ້ນ ຍ່ອມຈະຖ່ວງດຶງຜູ້ທີ່ເປັນເຈົ້າຂອງໂພຄະຊັບອັນນັ້ນສູ່ອະບາຍ. ບໍ່ຈະເລີນແມ່ນແຕ່ໃນຊາດນີ້ ຄົນກໍອາດຈະປະນາມນິນທາ ແລະຊາດໜ້າອາດເກີດໄປໃນທີ່ຕ່ຳ. ຖ້າບຸກຄົນໃດ ທີ່ປະກອບດ້ວຍສິນ ດຳເນີນຊີວິດດ້ວຍວິທີສຸຈະຣິຕແລ້ວ ຫຼີກເວັ້ນຈາກສິ່ງທີ່ກ່າວມານີ້ ເພິ່ນເອີ້ນວ່າ ເປັນຜູ້ທີ່ເຖິງພ້ອມດ້ວຍສີລະສັມປະທາ ຍ່ອມຈະມີຄວາມສະຫງ່າງາມທັງໃນພົບນີ້ແລະພົບໜ້າ.

ການຮູ້ຈັກເສັຍສະລະບໍລິຈາກທານ ແກ່ຜູ້ທີ່ຕົກທຸກໄດ້ຍາກລຳບາກກາຍໃຈ ໄດ້ຊື່ວ່າເປັນຜູ້ພ່ຳເພັງຂັດເກົາຂີ້ໝ້ຽງຫົວໃຈຄືຄວາມຂີ້ຖີ່, ຄວາມເຫັນແກ່ຕົວ ໃຫ້ເບົາບາງລົງ ຮູ້ຈັກກາລະໂອກາດສະໄໝທີ່ສົມຄວນໃຫ້ແກ່ຜູ້ທີ່ມາຂໍຄວາມຊ່ວຍເຫຼືອ ເພື່ອສົງເຈາະເຈືອຈານ ດັ່ງໃນສະຖານະການປັດຈຸບັນ ທີ່ບ້ານເມືອງເຮົາກຳລັງປະສົບໄພພິບັດນ້ຳຖ້ວມຢູ່ນີ້ ເພິ່ນເອີ້ນວ່າ ເປັນຜູ້ເຖິງພ້ອມດ້ວຍຈາຄະສັມປະທາ.

ຂໍ້ສຸດທ້າຍເປັນຂໍ້ທີ່ສຳຄັນທີ່ສຸດ ນັ້ນຄື ມະນຸດທຸກຄົນ ຄວນຈະປະກອບດ້ວຍປັນຍາໃນການດຳເນີນຊີວິດ ເຊິ່ງເປັນປັນຍາທີ່ປະກອບດ້ວຍສັມມາທິດຖິ ຄື ມີກຸສົລຈິດເປັນສິ່ງຫຼໍ່ລ້ຽງ ຮູ້ຈັກຈຳແນກວ່າອັນໃດດີ ອັນໃດບໍ່ດີ ອັນໃດເປັນເຫດໃຫ້ເສື່ອມ ອັນໃດເປັນເຫດໃຫ້ມີຄວາມຈະເລີນ ອັນໃດເປັນບາບອັນໃດເປັນບຸນ ໝັ່ນຂົນຂວາຍພັດທະນາປັນຍາໃຫ້ເກີດຂື້ນຢູ່ເນື່ອງນິດ ເພື່ອນຳໃຊ້ເຂົ້າກັບການດຳເນີນຊີວິດທີ່ດີງາມ ເອີ້ນວ່າ ປັນຍາສັມປະທາ.

ວິທີທາງດຳເນີນຊີວິດ ທີ່ກໍໃຫ້ເກີດປະໂຫຍດແລະປະສົບຜົນສຳເລັດໃນທີ່ນີ້ ສາມາດເຮັດໃຫ້ຜູ້ປະຕິບັດຕາມ ພຽບພ້ອມດ້ວຍຄວາມຈະເລີນທັງໃນພົບນີ້ແລະພົບໜ້າຢ່າງແນ່ນອນຢ່າງບໍ່ຕ້ອງສົງໄສ.

ນຳມາອະທິບາຍຂະຫຍາຍຄວາມໂດຍ: ພຣະອາຈານ ໄຊຍະເດດ ວົງໂສພາ

No comments:

Post a Comment