Monday, October 3, 2011

The Lay Arahant : ຄະຣຶຫັດອໍຣະຫັນຕ໌



“You say that if a man attains Arahantship he must either enter the Order that very day or die and attain parinibbāna. Yet if he is unable to find a robe and bowl and preceptor then that exalted condition of Arahantship is a waste for destruction of life is involved in it.”

“The fault does not lie with Arahantship but with the state of a layman because it is too weak to support Arahantship. Just as, O king, although food protects the life of beings it will take away the life of one whose digestion is weak – so too, if a layman attains Arahantship he must, because of the weakness of that condition, enter the Order that very day or die.”

“ທ່ານບອກວ່າ ຖ້າຫາກຄະຣຶຫັດບັນລຸເປັນພຣະອໍຣະຫັນ ຜູ້ນັ້ນຈະຕ້ອງບວດ ຫລືບໍ່ກໍຕາຍຫລືປະຣິນິພພານໃນມື້ນັ້ນ. ແຕ່ຖ້າຫາກວ່າ ບໍ່ສາມາດຫາຜ້າຄຸມ, ບາດ ແລະອຸປັດຊາໄດ້ ເປັນອັນວ່າ ສະພາບທີ່ສູງສົ່ງຂອງຄວາມເປັນອໍຣະຫັນກໍໄຮ້ຄ່າແລະກໍຈະທຳລາຍຊີວີດທີ່ໄປກ່ຽວຂ້ອງດ້ວຍ.” ພຣະຍາມິລິນຖາມ.

“ຄວາມຜິດພາດ ບໍ່ໄດ້ຢູ່ທີ່ຄວາມເປັນພຣະອໍຣະຫັນນັ້ນດອກ ແຕ່ຍ້ອນສະພາບຂອງຄະຣຶຫັດ ຍ້ອນວ່າມັນອ່ອນທີ່ຈະໄປຮອງຮັບຄວາມເປັນພຣະອໍຣະຫັນໄດ້. ດູລາ ມະຫາບໍພິດ, ເຊັ່ນດຽວ ກັບອາຫານທີ່ບໍ່ສາມາດປົກປ້ອງຊີວິດສັບພະສັດແລະຈະພາກຊີວິດຜູ້ທີ່ມີລະບົບຍ່ອຍອາຫານອ່ອນແອສັນໃດ- ເຊັ່ນດຽວກັນ ຄະຣຶຫັດຜູ້ໄດ້ບັນລຸເປັນພຣະອໍຣະຫັນ ເນື່ອງຈາກວ່າຄວາມອ່ອນແອຂອງສະພາບເປັນຄາຣະວາດນັ້ນ ຈິ່ງຈຳເປັນຈະຕ້ອງໄດ້ບວດ ຫລືບໍ່ກໍຕາຍໃນມື້ນັ້ນ.” ພຣະນາຄະເສນ ຕອບ.

the Debate of King Milinda ໜັງສືມິລິນທະບັນຫາ
ບັນນາທິການໂດຍ : Bhikkhu PESALA ນຳມາແປໂດຍ: ພຣະອາຈານ ໄຊຍະເດດ ວົງໂສພາ

ຄຳສັບໃນບົດ:

Arahantship : ຄວາມເປັນພຣະອໍຣະຫັນ,ອະຣະຫັນຕະພາວະ
the Order: ຄະນະສົງ, ສົງ(ຕ້ອງຂຽນໂຕໃຫຍ່ຕະຫລອດ), enter the Order ເຂົ້າບວດ
attain: ບັນລຸ
exalted (past participle used as adjective): ທີ່ສູງສົ່ງ, ໜ້າເຄົາລົບ, ໜ້າບູຊາ
weakness: ຄວາມອ່ອນແອ, ຄວາມບົກຜ່ອງ, ຈຸດອ່ອນ
beings: ສັບພະສັດ
digestion: ລະບົບຍ່ອຍອາຫານ, ການຍ່ອຍອາຫານ
parinibbāna : ປະຣິນິພພານ ຫຼືຕາຍ (ໃຊ້ກັບພຣະພຸດທະເຈົ້າ ແລະພຣະອໍຣະຫັນ)
preceptor: ອຸປັດຊາ(ອາຈານຜູ້ບວດໃຫ້)

No comments:

Post a Comment