ອ່ານປຶ້ມ

ນີ້ແມ່ນປຶ້ມປະຫວັດວັດອົງຕື້ມະຫາວິຫານ ພ້ອມທັງປະຫວັດພຣະເຈົ້າໃຫຍ່ອົງຕື້ ແຕ່ງແລະຮີບໂຮມໂດຍ ພຣະອາຈານໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ, ປະທານສູນກາງອົງການພຸດທະສາສະໜາອົງປັດຈຸບັນ.
ກົດນີ້ເພື່ອອ່ານແລະດາວໂຫລດປະຫວັດຫຍໍ້ວັດອົງຕື້ມະຫາວິຫານ

ນີ້ແມ່ນປຶ້ມປະຫວັດຫລວງປູ່ສຳເລັດ ລຸນ ພຣະອະຣິຍະສົງແຫ່ງປະເທດລາວທີ່ມີຊື່ສຽງໂດ່ງດັງໃນສະໄໝລາວຕົກເປັນປະເທດອານານິຄົມຂອງຝຣັ່ງ ເພິ່ນເປັນຜູ້ໜຶ່ງທີ່ມີບົດບາດໃນການປົກປັກຮັກສາພຸດທະສາສະໜາແລະປະເທດຊາດບ້ານເມືອງເຮົາໃນຍຸກນັ້ນ.ຂຽນແລະຮີບໂຮມໂດຍ ພຣະອາຈານໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ ປະທານສູນກາງອົງການພຸດທະສາສະໜາອົງປັດຈຸບັນ.
ກົດນີ້ເພື່ອອ່ານປະຫວັດຫຼວງປູ່ສົມເດັດລຸນ

ນີ້ແມ່ນປຶ້ມປະຫວັດພຣະລູກແກ້ວ ຄູນມະນີວົງ, ອະດີດສົມເດັດສັງຄະນາຍົກ ແຫ່ງພຣະຣາຊະອານາຈັກລາວ ຂຽນແລະຮີບໂຮມໂດຍ ພຣະອາຈານໃຫຍ່ ດຣ.ມະຫາຜ່ອງ ສະມາເລິກ.
ກົດນີ້ເພື່ອດາວໂຫລດແລະອ່ານປະຫວັດສົມເດັດພຣະລູກແກ້ວ ຄູນມະນີວົງ

ນີ້ແມ່ນປະຫວັດຫລວງປູ່ສຸກາວ ເຈົ້າອາວາດສຳນັກວິປັດສະນາກັມມະຖານ ວັດປ່າຖ້ຳພະເຈົ້າຄອກ ເຊິ່ງເປັນພຣະສົງອົງສຳຄັນອີກອົງໜຶ່ງຂອງລາວເຮົາ ຕາມປະຫວັດກ່າວວ່າ ເປັນອົງແກ້ວທີ່ປະກົດໃນປະຫວັດສາດລາວຄາວສະໄໝຕໍ່ສູ້ກັບຈັກກະພັດຝຣັ່ງ ແຕ່ທ່ານໄດ້ໂຕນຫລົບໜີໄປຝັ່ງໄທ ແລ້ວໄດ້ບວດ ກັບສຳນັກຂອງພຣະອາຈານເສົາ ກັນຕະສີໂລ ອາຈານໃຫຍ່ຝ່າຍກັມມະຖານທີ່ເປັນອາຈານຫລວງປູ່ໝັ້ນ ພູຣິທັດໂຕ ຈະເປັນແນວໃດນັ້ນ ກະລຸນາລໍຖ້າອ່ານ ເຊັ່ນດຽວກັນ ປຶ້ມຫົວນີ້ຂຽນແລະຮີບໂຮມໂດຍ ພຣະອາຈານໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ ປະທານສູນກາງອົງການພຸດທະສາສະໜາອົງປັດຈຸບັນ

Life and Work of H.H. Phong SAMARUKS