Friday, September 16, 2011

ວ່າດ້ວຍວິບາກແຫ່ງທຸຈະຣິຕ

ພິກຂຸທັງຫລາຍ ປານາຕິບາດ(ການຂ້າສັດ) ທີ່ບຸກຄົນເສບ, ຈະເລີນ, ເຮັດໃຫ້ຫຼາຍແລ້ວ ຍ່ອມອຳນວຍຜົນໃຫ້ໄປເກີດໃນນະຣົກ, ສັດເດຍຣັຈສານ, ເປຕະວິໄສ. ວິບາກແຫ່ງປານາຕິບາດຢ່າງເບົາທີ່ສຸດ ຍ່ອມອຳນວຍຜົນໃຫ້ເປັນຜູ້ມີອາຍຸນ້ອຍແກ່ຜູ້ເກີດມາເປັນມະນຸດ.

ອະທິນນາທານ(ການລັກຊັບ) ທີ່ບຸກຄົນໄດ້ລົງມື້ທຳ ໄດ້ເຮັດຈົນເປັນນິໄສ, ໄດ້ເຮັດເລື້ອຍໆຫລາຍແລ້ວ ຍ່ອມອຳນວຍຜົນໃຫ້ໄປເກີດໃນນະຣົກ, ໃນກຳເນີດສັດເດຍຣັຈສານ, ເກີດໃນເປຕະວິໄສ. ວິບາກແຫ່ງອະທິນນາທານຢ່າງເບົາທີ່ສຸດ ຍ່ອມອຳນວຍຜົນໃຫ້ເປັນຜູ້ເສື່ອມໂພຄະຊັບແກ່ຜູ້ເກີດມາເປັນມະນຸດ.

ກາເມສຸມິຈສາຈາຣ(ການປະພຶດຜິດໃນກາມ) ທີ່ບຸກຄົນເສບ, ເຮັດຈົນເປັນນິໄສ, ເຮັດໃຫ້ຫລາຍແລ້ວ ຍ່ອມອຳນວຍຜົນໃຫ້ໄປເກີດໃນນະຣົກ, ໄປເກີດໃນກຳເນີດສັດເດຍຣັຈສານ, ໄປເກີດໃນເປຕະວິໄສ. ວິບາກແຫ່ງກາເມສຸມິຈສາຈາຣນີ້ ເບົາທີ່ສຸດ ຍ່ອມອຳນວຍຜົນໃຫ້ເປັນສັດຕູແລະເປັນຜູ້ມີເວຣແກ່ຜູ້ກຳເນີດເປັນມະນຸດ.

ມຸສາວາທ(ການເວົ້າຕົວະ) ທີ່ບຸກຄົນເວົ້າແລ້ວ, ເຮັດໃຫ້ຈະເລີນງອກງາມໃນຂັນທະສັນດານແລ້ວ, ເຮັດເລື້ອຍໆເປັນປະຈຳ ຍ່ອມອຳນວຍຜົນໃຫ້ໄປເກີດໃນນະຣົກ, ໃນກຳເນີດສັດເດຍຣັຈສານ, ໃນເປຕະວິໄສ. ວິບາກແຫ່ງມຸສາວາດນີ້ ຢ່າງເບົາທີ່ສຸດ ຍ່ອມອຳນວຍຜົນໃຫ້ຖືກກ່າວຮ້າຍ, ຖືກຕູ່ຄວາມຫາວ່າຄວາມດ້ວຍຄຳເວົ້າບໍ່ຈິງແກ່ຜູ້ທີ່ເກີດມາເປັນມະນຸດ.

ປິສຸນາວາຈາ(ການເວົ້າສໍ່ສຽດ) ທີ່ບຸກຄົນເສບ, ເຮັດໃຫ້ຈະເລີນງອກງາມໃນຂັນທະສັນດານແລ້ວ, ເຮັດເລື້ອຍໆເປັນປະຈຳ ຍ່ອມອຳນວຍຜົນໃຫ້ໄປເກີດເປັນສັດນະຣົກ, ໄປເກີດໃນກຳເນີດສັດເດຍຣັຈສານ, ໄປເກີດໃນເປຕະວິໄສ. ວິບາກແຫ່ງປິສຸນາວາຈານີ້ ຢ່າງເບົາທີ່ສຸດ ຍ່ອມອຳນວຍຜົນໃຫ້ແຕກຈາກມິດ ແກ່ຜູ້ເກີດເປັນມະນຸດ.

ຜະຣຸສາວາຈາ(ການເວົ້າຫຍາບຄາຍ) ທີ່ບຸກຄົນເສບແລ້ວ, ເຮັດໃຫ້ຈະເລີນງອກງາມໃນຂັນທະສັນດານແລ້ວ, ເຮັດເລື້ອຍໆເປັນປະຈຳ ຍ່ອມອຳນວຍຜົນໃຫ້ໄປເກີດໃນນະຣົກ, ໄປກຳເນີດໃນສັດເດຍຣັຈສານ, ໄປເກີດໃນເຕະວິໄສ. ວິບາກຢ່າງເບົາທີ່ສຸດ ຍ່ອມອຳນວຍຜົນໃຫ້ໄດ້ຟັງເລື່ອງທີ່ບໍ່ເພິ່ງປາຖະໜາພໍໃຈແກ່ຜູ້ທີ່ເກີດເປັນມະນຸດ.

ສັມຜັປປະລາປະ(ການເວົ້າໂລເລ) ທີ່ບຸກຄົນເສບ, ເຮັດໃຫ້ຈະເລີນງອກງາມໃນຂັນທະສັນດານແລ້ວ, ເຮັດເລື້ອຍໆເປັນປະຈຳ ຍ່ອມອຳນວຍຜົນໃຫ້ໄປເກີດໃນນະຣົກ, ໄປເກີດໃນກຳເນີດສັດເດຍຣັຈສານ, ອຳນວຍຜົນໃຫ້ໄປເກີດໃນເປຕະວິໄສ. ວິບາກແຫ່ງສັມຜັປປະລາປະຢ່າງເບົາທີ່ສຸດ ຍ່ອມອຳນວຍຜົນໃຫ້ມີວາຈາທີ່ບໍ່ເປັນຕາໜ້າເຊື່ອຖືສຳລັບຜູ້ທີ່ເກີດມາເປັນມະນຸດ.

ພິກຂຸທັງຫລາຍ ການດື່ມສຸຣາແລະເມຣັຍທີ່ບຸກຄົນຈະເລີນ ເຮັດໃຫ້ຫລາຍຂື້ນ ຍ່ອມອຳນວຍຜົນໃຫ້ໄປເກີດໃນນະຣົກ, ໃນກຳເນີດສັດເດຍຣັຈສານ, ໃນເປຕະວິສັຍ. ວິບາກແຫ່ງການດື່ມສຸຣາແລະເມຣັຍຢ່າງເບົາທີ່ສຸດ ຍ່ອມອຳນວຍຜົນໃຫ້ເປັນຜູ້ວິກົນຈະຣິຕແກ່ຜູ້ເກີດມາເປັນມະນຸດ.

(ຈົບ ທຸຈະຣິຕວິປາກະສູຕ:ພຣະສູດທີ່ວ່າດ້ວຍທຸຈະຣີຕວິບາກ ແຫ່ງພຣະສູດຕັນຕະປິດົກ ອັງຄຸຕຕະຣະນິກາຍ ອັຕຖະກະນິບາດ)
..............................................................
ຄຳສັບ:

ເປຕະວິສັຍ(
ເປຕະວິໄສ): ເປັນເຜດ, ກຳເນີດເປັນເຜດ.
ຄຳວ່າ ເສບ ບໍ່ໝາຍເຖິງເສບດົນຕີ, ບໍ່ໝາຍສະເພາະການເສບຢາເສບຕິດ, ບໍ່ໝາຍສະເພາະການເສບກາມ... ຖ້າເຮັດສິ່ງໃດລົງໄປແລ້ວກໍໝາຍຄວາມເສບໄດ້ຄືກັນ ເພິ່ນມັກນິຍົມໃຊ້ໃນພາສາທັມມະ. ທີ່ຈິງສາມາດເອົາຄຳອື່ນມາໃຊ້ແທນກໍໄດ້ ເຊັ່ນການເວົ້າ ກໍສາມາດເອົາຄຳວ່າ ເວົ້າມາໃຊ້ໂລດ ບໍ່ວ່າເສບກໍໄດ້...
ທຸຈະຣິຕ: ມາຈາກຄຳວ່າ ທຸ ກັບ ຈະຣິຕະ . ທຸ ແປວ່າ ຊົ່ວ, ບໍ່ດີ, ຍາກ, ເໝັນ; ຈະຣິຕະ ແປວ່າ ການປະພຶດ. ສະນັ້ນ, ທຸຈະຣິຕ ຈິ່ງແປວ່າ ການປະພຶດທີ່ບໍ່ດີ, ທີ່ຊົ່ວ, ທີ່ເໝັນ....

ໝາຍເຫດ: ສິ່ງທີ່ນຳເອົາມາຂຽນນີ້ ເປັນສຳນວນໃນພຣະໄຕປິດົກໂດຍກົງ ໄດ້ດັດແປງຄຳເວົ້າພຽງເລັກນ້ອຍເທົ່ານັ້ນ.

No comments:

Post a Comment