Sunday, October 2, 2011

ກາລັຕຕະຍະທຸກຂະສູຕ

ວ່າດ້ວຍສິ່ງທີ່ເປັນທຸກໃນ 3 ກາລ(ການ)


[10] ເລື່ອງເກີດຂື້ນທີ່ກຸງສາວັດຖີ

ພຣະຜູ້ມີພຣະພາກເຈົ້າຕັດວ່າ "ພິກຂຸທັງຫລາຍ ຮູບທີ່ເປັນອະດີດແລະອະນາຄົດ ເປັນທຸກຂ໌ ບໍ່ຈຳເປັນຕ້ອງກ່າວເຖິງຮູບທີ່ເປັນປັດຈຸບັນເລີຍ ອະຣິຍະສາວົກຜູ້ໄດ້ສະດັບເຫັນຢູ່ຢ່າງນີ້ ຍ່ອມບໍ່ອາໄລໃນຮູບທີ່ເປັນອະດີດ ບໍ່ເພີດເພີນໃນຮູບທີ່ເປັນອະນາຄົດ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກຳນັດ ເພື່ອດັບຮູບທີ່ເປັນປັດຈຸບັນ.
ເວທະນາທີ່ເປັນອະດີດແລະອະນາຄົດ ເປັນທຸກຂ໌
ສັນຍາທີ່ເປັນອະດີດແລະອະນາຄົດເປັນທຸກຂ໌
ສັງຂາຣທີ່ເປັນອະດີດແລະອະນາຄົດເປັນທຸກຂ໌

ວິນຍານທີ່ເປັນອະດີດແລະອະນາຄົດ ເປັນທຸກຂ໌ ບໍ່ຈຳເປັນຕ້ອງກ່າວເຖິງວິນຍານທີ່ເປັນປັດຈຸບັນເລີຍ ອະຣິຍະສາວົກໄດ້ສະດັບເຫັນຢູ່ຢ່າງນີ້ ຍ່ອມບໍ່ອາໄລໃນວິນຍານ ທີ່ເປັນອະດີດ ບໍ່ເພີດເພີນໃນວິນຍານທີ່ເປັນອະນາຄົດ ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກຳນັດ ເພື່ອດັບວິນຍານທີ່ເປັນປັດຈຸບັນ."

.........................
ກາລັຕຕະຍະທຸກຂະສູຕທີ 10 ຈົບ

ສັງຍຸຕຕະນິກາຍ, ຂັນທະວາຣະວັກຄ໌, ມູລະປັນນາສກ໌, ໜ້າທີ 25 ເຫລັ້ມທີ 17 ສະບັບມະຫາຈຸລາ

No comments:

Post a Comment