
ໃນທັມມິກະຖິກະສູດນີ້ ເປັນພຣະສູດທີ່ພຣະພຸດທະອົງໄດ້ຊົງຕັດສັ່ງສອນແກ່ພຣະພິກຂຸສົງໃຫ້ເຂົ້າໃຈໃນຫລັກການແລະເປົ້າໝາຍຂອງການສະແດງທັມ. ພຣະພຸດທະອົງໄດ້ຊົງຊີ້ທາງໃຫ້ພຣະສາວົກຮູ້ວ່າ ຈຸດປະສົງເປົ້າໝາຍຂອງການສະແດງທັມນັ້ນ ແມ່ນເພື່ອຕັດຄວາມກຳນັດຍິນດີໃນຂັນທ໌ທັງຫ້າ ຄື ຮູບ, ເວທະນາ, ສັນຍາ, ສັງຂາຣ ແລະວິນຍານ ເພື່ອໃຫ້ເກີດຄວາມແໜງໜ່າຍໃນສິ່ງເຫລົ່ານີ້ ແລະເປັນໄປເພື່ອການບັນລຸເຖິງເຂດແດນແຫ່ງມັກຄ໌ ຜົລ ແລະນິບພານ.
ຖ້າພຣະພິກຂຸອົງໃດສະແດງທັມໄປເພື່ອເປັນການຄາຍຄວາມກຳນັດຍິນດີໃນຂັນທ໌ທັງຫ້າແລ້ວ ປະຕິບັດຕົນເອງໃຫ້ສອດຄ່ອງກັບພຣະທັມມະເທສະໜາທີ່ຕົນເອງສະແດງໄປນັ້ນ ເອີ້ນວ່າ ເປັນຜູ້ປະຕິບັດທັມສົມຄວນແກ່ທັມ ໝາຍຄວາມວ່າ ສັ່ງສອນຄົນອື່ນແນວໃດ ກໍປະຕິບັດຕໍ່ຕົນເອງແນວນັ້ນ ຮຽກວ່າເປັນຜູ້ຊື່ສັດຕໍ່ພຣະທັມວິໄນ. ເມື່ອປະຕິບັດໄດ້ຄືແນວນັ້ນ ຈິ່ງຈະເອີ້ນວ່າ ເປັນຜູ້ທີ່ເປັນທັມມະກະຖຶກໂດຍແທ້ ແລະຈະມີໂອກາດເຂົ້າເຖິງຄວາມຮູ້ແຈ້ງແຫ່ງກະແສພຣະນິພພານ.
ເອກັຄຄະຈິຕໂຕ ພິກຂຸ ອະທິບາຍ
No comments:
Post a Comment