Monday, September 26, 2011

ທັມມະກະຖິກະສູດ

ວ່າດ້ວຍພຣະທັມມະກະຖຶກ

[115] ເລື່ອງເກີດຂື້ນທີ່ກຸງສາວັດຖີ

ພິກຂຸນັ້ນ ນັ່ງນະທີ່ສົມຄວນ ໄດ້ທູນຖາມພຣະຜູ້ມີພຣະພາກເຈົ້າດັ່ງນີ້ວ່າ "ຂ້າແຕ່ພຣະຜູ້ມີພຣະພາກເຈົ້າອົງຜູ້ຈະເລີນ ທີ່ພຣະອົງຕັດວ່າ' ພິກຂຸເປັນທັມມະກະຖຶກ ພິກຂຸເປັນທັມມະກະຖຶກ' ດ້ວຍເຫດພຽງໃດໜໍ ພິກຂຸຈິ່ງເປັນພຣະທັມມະກະຖຶກ "

ພຣະຜູ້ມີພຣະພາກເຈົ້າຕັດຕອບວ່າ "ດູລາພິກຂຸທັງຫລາຍ ຫາກພິກຂຸສະແດງທັມເພື່ອຄວາມເບື່ອໜ່າຍ ເພື່ອຄາຍກຳນັດ ເພື່ອດັບຮູບ ຄວນຮຽນໄດ້ວ່າ'ພິກຂຸທັມມະກະຖຶກ' ຫາກພິກຂຸເປັນຜູ້ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກຳນັດ ເພື່ອດັບຮູບ ຄວນຮຽກໄດ້ວ່າ 'ພິກຂຸເປັນຜູ້ປະຕິບັດທັມສົມຄວນແກ່ທັມ' ຫາກພິກຂຸເປັນຜູ້ຫລຸດພົ້ນເພາະຄວາມເບື່ອໜ່າຍ ເພາະຄາຍກຳນັດ ເພາະດັບ ບໍ່ຖືໝັ້ນຮູບ ຄວນຮຽກໄດ້ວ່າ 'ພິກຂຸເປັນຜູ້ບັນລຸນິບພານໃນປັດຈຸບັນ'

ຫາກພິກຂຸ.....ເວທະນາຯລຯ
ຫາກພິກຂຸ.....ສັນຍາ ຯລຯ
ຫາກພິກຂຸ.....ສັງຂາຣ ຯລຯ

ຫາກພິກຂຸສະແດງທັມເພື່ອຄວາມເບື່ອໜ່າຍ ເພື່ອຄາຍກຳນັດ ເພື່ອດັບວິນຍານ ຄວນຮຽກໄດ້ວ່າ 'ພິກຂຸເປັນທັມມະກະຖຶກ' ຫາກພິກຂຸເປັນຜູ້ປະຕິບັດເພື່ອຄວາມເບື່ອໜ່າຍ ເພື່ອຄາຍກຳນັດ ເພື່ອດັບວິນຍານ ຄວນຮຽກໄດ້ວ່າ 'ພິກຂຸເປັນຜູ້ປະຕິບັດທັມສົມຄວນແກ່ທັມ' ຫາກພິກຂຸເປັນຜູ້ຫລຸດພົ້ນເພື່ອຄວາມເບື່ອໜ່າຍ ເພາະຄາຍກຳນັດ ເພາະດັບ ບໍ່ຢຶດໝັ້ນຖືໝັ້ນໃນວິນຍານ ຄວນຮຽກໄດ້ວ່າ 'ພິກຂຸເປັນຜູ້ບັນລຸນິພພານໃນປັດຈຸບັນ "

ທັມມະກະຖິກະສູຕທີ 3 ຈົບ

ຈາກພຣະໄຕປິດົກສະບັບມະຫາຈຸລາຯ ເຫລັ້ມທີ 17, ສັງຍຸຕຕະນິກາຍ, ຂັນທະວັກຄ໌ ໜ້າທີ 209.

No comments:

Post a Comment