Monday, September 19, 2011

ອາປາຍິກະສູຕຣ໌

ຄົນຕົກນະຣົກ 3 ປະເພດ

ດູລາພິກຂຸທັງຫລາຍ ບຸກຄົນ 3 ຈຳພວກທີ່ຍັງລະບາບກັມ 3 ຢ່າງບໍ່ໄດ້ ຈະຕ້ອງໄປອະບາຍ ໄປນະຣົກ ບຸກຄົນ 3 ຈຳພວກຄື:

1. ຜູ້ບໍ່ແມ່ນພຣົມມະຈາຣີ ແຕ່ປະຕິຍານຕົນວ່າເປັນພຣົມມະຈາຣີ
2. ຜູ້ກຳຈັດເພື່ອນພຣົມມະຈາຣີ ຜູ້ບໍລິສຸດ ດ້ວຍການກ່າວຫາບໍ່ມີມູນຄວາມຈິງ
3. ຜູ້ມີຄວາມເຫັນວ່າ ກາມ ບໍ່ມີໂທດ

1. ຜູ້ບໍ່ແມ່ນພຣົມມະຈາຣີ ໝາຍເຖິງຜູ້ບໍ່ແມ່ນສະມະນະແຕ່ປະຕິຍານຕົນວ່າ ແມ່ນສະມະນະ ຄື ເປັນພຣະຕ້ອງອາບັດປາຣາຊຶກແລ້ວ ກໍຍັງດື້ດ້ານບໍ່ຍອມສະລະເພດ ຄົນປະເພດນີ້ ພຣະພຸດທະອົງຕັດວ່າ ເຖິງຈະນຸ່ງຫົ່ມຜ້າກາສາວະພັດ ແລະທ່ຽວບອກໃຜຕໍ່ໃຜວ່າ ອາຕະມາເປັນພຣະ ກໍເປັນພຣະບໍ່ໄດ້ ເໝືອນກັນກັບລາຍ່າງຕາມຝູງງົວ ເຖິງແມ່ນວ່າຈະຮ້ອງ ແບບງົວ ກໍບໍ່ແມ່ນງົວ. ຄົນປະເພດນີ້ ຕາຍໄປແລ້ວ ບໍ່ແຄ້ວລົງນະຣົກ ຫລືລົງນະຣົກຕັ້ງແຕ່ຍັງບໍ່ທັນຕາຍເລີຍກໍວ່າໄດ້.
2. ຄົນປະເພດທີສອງ ຄື ຜູ້ທີ່ກ່າວຫາຟ້ອງຮ້ອງພິກຂຸ ຜູ້ມີສິນບໍລິສຸດດ້ວຍຂໍ້ຫາບໍ່ມີມູນຄວາມຈິງ ທາງພຣະວິໄນປັບອາບັດສັງຄາທິເສດ ແກ່ພິກຂຸຜູ້ໂຈດພິກຂຸອື່ນດ້ວຍຂໍ້ຫາປາຣາຊຶກບໍ່ມີມູນຄວາມຈິງ ເນື່ອງຈາກວ່າ ການກ່າວຫາບໍ່ມີມູນເພື່ອທຳລາຍຜູ້ບໍລິສຸດສະແດງເຖິງຈິດໃຈຕ່ຳຊາມ ຂອງຜູ້ໂຈດເປັນຄົນເວົ້າຕົວະທັງໆທີ່ຮູ້.
3. ຄົນປະເພດທີສາມ ຄືຜູ້ບໍ່ເຫັນໂທດໃນກາມ ໝົກໝົ້ນຢູ່ໃນກາມ ຖ້າເປັນຄະຣືຫັດກໍພໍໄຄແນ່ ແຕ່ຖ້າເປັນເພດບັນພະຊິດຍັງສັນລະເສີນກາມ ຫລືບໍລິໂພກກາມຢູ່ ກໍເທົ່າກັບບໍ່ໄດ້ບວດນັ້ນເອງ ຄຳວ່າ ບໍລິໂພກກາມ ບໍ່ໄດ້ໝາຍພຽງການປະກອບກາມດັ່ງຊາວບ້ານ ຫາກໝາຍເຖິງການທີ່ຍັງຍິນດີ ໃນຮູບ, ສຽງ, ກິ່ນ,ຣົສ, ໂຜດຖັບພະ ການສຳຜັດທີ່ໜ້າຍິນດີ ໜ້າພໍໃຈຢູ່.
ທາງພຣະພຸດທະວະຈະຂ້າງຕົ້ນນີ້ ມາຈາກອັງຄຸດຕະຣະນິກາຍ ຕິກະນິບາດ ຝາກໄວ້ເພື່ອພິຈາລະນາ ປະດັບສະຕິປັນຍາແລະເປັນຄະຕິເຕືອນໃຈແກ່ທ່ານຜູ້ອ່ານຕາມສົມຄວນເທົ່ານີ້ແລ.

No comments:

Post a Comment