ຄົນຕາບອດໃນທັດສະນະທາງພຸດທະສາສະໜາ
ໃນມື້ໜຶ່ງພຣະພຸດທະເຈົ້າຕັດສອນພຣະພິກຂຸທັງຫລາຍວ່າ "ດູລາ ພິກຂຸທັງຫລາຍ ມີບຸກຄົນ 3 ປະເພດ ຄື:
1. ຄົນຕາບອດສະໜິດທັງສອງຂ້າງ
2. ຄົນຕາບອດຂ້າງດຽວ
3. ຄົນຕາດີທັງສອງຂ້າງ "
ພຣະພຸດທະອົງຊົງອະທິບາຍວ່າ "ຄົນຕາບອດສະໜິດທັງສອງຂ້າງ"ໝາຍເຖິງຄົນທີ່ບໍ່ສາມາດຕັ້ງຕົນຕັ້ງໂຕໄດ້ໃນທາງຊັບສິນ ບໍ່ສາມາດເຮັດໃຫ້ຊັບສົມບັດຂອງຕະກູນໃຫ້ຈະເລີນໄດ້ ບໍ່ຮູ້ວ່າອັນໃດດີ ອັນໃດຊົ່ວ ອັນໃດມີໂທດແລະບໍ່ມີໂທດ(ນີ້ເປັນຄົນຕາບອດສະໜິດທັງທາງໂລກແລະທາງທັມ).
"ຄົນຕາບອດຂ້າງດຽວ" ໝາຍເຖິງຄົນທີ່ປະສົບຄວາມສຳເລັດໃນທາງສະແຫວງຫາຊັບສິນແລະສ້າງຄວາມຈະເລີນງອກງາມແກ່ຊັບສົມບັດທີ່ຫາມາໄດ້ນັ້ນ ແຕ່ຫຼົ້ມເຫຼວທາງສີລະທັມ ບໍ່ຮູ້ວ່າອັນໃດຊົ່ວ ອັນໃດມີໂທດ ອັນໃດບໍ່ມີໂທດ(ນີ້ເອີ້ນວ່າ ທາງໂລກບໍ່ບອດ ແຕ່ທາງທັມບອດ).
"ຄົນຕາດີທັງສອງຂ້າງ" ໝາຍເຖິງຄົນທີ່ຕັ້ງຕົນຕັ້ງໂຕໄດ້ໃນທາງຊັບສິນແລະປະສົບຄວາມສຳເລັດໃນທາງທັມ ຄື ຮູ້ວ່າອັນໃດດີ ອັນໃດຊົ່ວ ອັນໃດມີໂທດ(ນີ້ເອີ້ນວ່າທາງໂລກກໍບໍ່ບອດ ທາງທັມກໍບໍ່ບອດ).
ຂໍ້ຄວາມນີ້ມາຈາກ ອັງຄຸຕຕະຣະນິກາຍ ຕິກະນິບາດ ເພື່ອມາເປັນເຄື່ອງເຕືອນໃຈ ຄວນແຍກແຍະວ່າ ຄະຣືຫັດກັບບັນພະຊິດ ບໍ່ຄືກັນ ຊາວພຸດເປັນຄະຣືຫັດນັ້ນ ພຣະພຸດທະອົງຊົງສອນໃຫ້ສະແຫວງຫາຊັບສິນໃນທາງສຸຈະຣິຕ ເພື່ອລ້ຽງຕົນແລະຄອບຄົວ ແລະເພື່ອເຈືອຈານສັງຄົມ ບໍ່ເຄີຍສອນໃຫ້ຄະຣືຫັດໃຫ້ເປັນຄົນທຸກຍາກ ແຕ່ຊົງເນັ້ນວ່າ ເມື່ອຮັ່ງມີແລ້ວໃຫ້ສະລະຊັບສິນທີ່ມີ ຊ່ວຍເຫຼືອສັງຄົມ ແລະເມື່ອປະສົບຄວາມສຳເລັດທາງຊັບສິນໃຫ້ກ້າວໄປສູ່ຄວາມຈະເລີນທາງຄຸນນະທັມດ້ວຍ ແບບນີ້ຈິ່ງເອີ້ນວ່າ"ຄົນຕາດີທັງສອງຂ້າງ" ສ່ວນພຣະພິກຂຸສົງນັ້ນ ຊົງສອນໃຫ້ມັກນ້ອຍໃນປັດໄຈສີ່ ແຕ່ພັດທະນາດ້ານຈິດໃຈ ລົດ ລະ ກິເລສ ຕາມລຳດັບຈົນໝົດສິ້ນໄປໃນທີ່ສຸດ.
ຄະຣືຫັດຊາວພຸດເປັນອາເສີ່ຍນັ້ນລະດີ ແຕ່ພຣະພິຂຸສົງຈະເຮັດຕົນເປັນຄູບາເສີ່ຍ ຫລື ເສັຍມີແຕ່ທາງເສື່ອມເດີ.
ຄັດຈາກປື້ມ: ທັມມະນອກທັມມາສນ໌ ຂອງ ອາຈານ ສະຖຽນພົງ ວັນນະປົກ(ຣາຊບັນດິດ)
No comments:
Post a Comment