
ໃນວັນທີ 10 ເມສາ 2012 ທາງວັດອົງຕື້ ຈະມີງານບຸນສະຫຼອງອາຍຸວັດທະນະມຸງຄຸນ(ບຸນວັນເກີດ) ໃຫ້ພຣະອາຈານໃຫຍ່ ດຣ. ມະຫາຜ່ອງ ສະມາເລີກ, ປະທານສູນກາງອົງການພຸດທະສາສະໜາສຳພັນລາວ ພ້ອມທັງເປັນເຈົ້າອາວາດວັດອົງຕື້.
ຈະໄດ້ນິມົນ ພຣະສົງຈຳນວນ 3,000 ອົງ ຈາກທັງພາຍໃນແລະຕ່າງປະເທດເຂົ້າຮ່ວມ.
ສະນັ້ນ, ຈິ່ງຂໍແຈ້ງການມາຍັງ ເພື່ອນສະຫະທຳມິກ ລູກເຕົ້າສິດໂຍມທັງຫລາຍໄດ້ຮັບຮູ້ນຳກັນ ແລະກຽມພ້ອມມາຮ່ວມງານບຸນດັ່ງກ່າວທຸກຖ້ວນໜ້າເຖີ້ນ.
ວັດອົງຕື້ມະຫາວິຫານ
No comments:
Post a Comment