Thursday, March 8, 2012

ບຸນມາຄະບູຊາ (ປີນີ້ແປດສອງຫົນ)

ວັນມາຄະບູຊາ ເປັນວັນສຳຄັນວັນໜຶ່ງໃນພຸດທະສາສະໜາ ກົງກັບວັນເພງເດືອນ 3 (ເດືອນມາຄະ). ນັບແຕ່ນີ້ຢ້ອນອະດີດໄປເຖິງສະໄໝພຣະພຸດທະອົງຍັງຊົງພຣະຊົນຢູ່. ວັນນີ້ ເປັນວັນທີ່ ພຣະອໍຣະຫັນຕ໌ຂີນາສົບ ຈຳນວນ 1250 ອົງ ທີ່ໄດ້ອອກໄປເຜີຍແຜ່ພຣະສາສະໜາ ໄດ້ມາເຕົ້າໂຮມກັນທີ່ວັດເວລຸວັນໂດຍບໍ່ໄດ້ນັດໝາຍ. ໃນມື້ນັ້ນ ພຣະພຸດທະອົງໄດ້ຊົງສະແດງໂອວາທະປາຕິໂມກຂ໌ (ໂອວາດທີ່ເວົ້າກ່ຽວກັບຫລັກທັມຄຳສອນ, ອຸດົມການແລະວິທີການ)ແກ່ພຣະອໍຣະຫັນ ເພື່ອເປັນແບບແຜນໃນການດຳເນີນການເຜີຍແຜ່ໃນຄັ້ງຕໍ່ໄປ.

ໂອວາທະປາຕິໂມກຂ໌ນັ້ນ ເປັນຫົວໃຈຫລັກສຳຄັນໃນການທາງພຸດທະສາສະໜາມີດັ່ງນີ້:

1. ການບໍ່ເຮັດບາບທັງປວງ
2. ການສ້າງແຕ່ຄວາມດີ
3. ການເຮັດໃຫ້ຈິດໃຈຜ່ອງໃສ

No comments:

Post a Comment