Wednesday, August 8, 2012


ອຸໂປສະຖະກັມ(ອຸໂປສົດກັມ) ແປວ່າ ການລົງອຸໂປ ໝາຍເຖິງການສວດພຣະປາຕິໂມກ ທຸກເຄິ່ງເດືອນຂອງພຣະສົງ ຕາມພຣະວິນັຍກຳນົດໄວ້ວ່າ ພຣະສົງຈະຕ້ອງທຳສັງຄະກັມສວດປາຕິໂມກໃນພັດທະສິມາ(ສິມ)ທຸກວັນຂື້ນ 15 ຄ່ຳ ຫຼື ແຮມ 14 ຄ່ຳໃນເດືອນ.ອຸໂປສົດກັມ ຖ້າພິກຂຸຄົບອົງສົງ 4 ອົງຂື້ນໄປ ທຳຮ່ວມກັນດ້ວຍການສວດປາຕິໂມກ ເອີ້ນວ່າ ສັງຄະອຸໂປສົດ ຖ້າບໍ່ຄົບ 4 ຄື ມີພຽງແຕ່ 2 ອົງ ຫຼື 3 ອົງໃຫ້ທຳໂດຍບໍ່ຕ້ອງສວດປາຕິໂມກ ແຕ່ເປັນການບອກຄວາມບໍຣິສຸດແກ່ກັນແລະກັນ ເອີ້ນວ່າ ຄະນະອຸໂປສົດ ຫຼື ປະຣິສຸດທິອຸໂປສົດ ຖ້າມີພຽງອົງດຽວ ໃຫ້ກຳໜົດໃນໃຈເປັນອຸໂປສົດ ເອີ້ນວ່າ ອະທິດຖານອຸໂປສົດ ຫຼື ປຸກຄະໂລອຸໂປສົດ.

No comments:

Post a Comment