Wednesday, July 25, 2012

ນາວາ ສູຕຣ໌: ອຸປະມາເໝືອນເຮືອ


ນາວາ ສູຕຣ໌: ອຸປະມາເໝືອນເຮືອ
“ຜູ້ທີ່ໄດ້ຮຽນທັມມະ ຮຽນທັມມະຈາກບຸກຄົນໃດໜຶ່ງແລ້ວ ຄວນຈະໄດ້ຮັບການເຄົາລົບນັບຖື, ເໝືອນດັ່ງທວຍເທບເທວາ ເຄົາຣົບໃນພຣະອິນ ວ່າເປັນປະມຸກຂອງຕົນ. ທ່ານໃດ(ຜູ້ເປັນຄູ), ເປັນພະຫູສູດທີ່ຄວນໄດ້ຮັບການເຄົາຣົບຂາບໄຫວ້ເຊັ່ນນັ້ນ, ຈະອະທິບາຍທັມມະ, ຈະເປີດເຜີຍທັມມະດ້ວຍດີແກ່ບຸກຄົນນັ້ນໆ. ເມື່ອຕັ້ງໃຈຟັງແລະພິຈາຣະນາດ້ວຍດີໃນທັມນັ້ນແລ້ວ ບັນດິດຍ່ອມປະຕິບັດຕາມທັມ, ກາຍເປັນຜະຫູສູດ, ສະຫຼາດ, ປະສົບຜົນສຳເລັດດ້ວຍຕົນເອງໃນການເສວະນາຢ່າງຂະຫຍັນໃນຄູຜູ້ນັ້ນ. “ແຕ່ຖ້າບຸກຄົນໃດ ເມື່ອເດີນຕາມຄູຜູ້ຕ່ຳຕ້ອຍແລະເປັນຄົນຖ່ອຍ ຜູ້ທີ່ບໍ່ມີຄວາມເຂົ້າໃຈໃນຫຼັກທັມ(ອັນດີງາມ) ກໍຈະມີຄວາມອິດສາຄົນອື່ນ, ບຸກຄົນນັ້ນ ກໍຈະເຂົ້າເຖິງຄວາມຕາຍໂດຍບໍ່ເຂົ້າໃຈໃນຫຼັກທັມແລະບໍ່ສາມາດຖອນຄວາມສົງໃສໃຫ້ສິ້ນໄປ. “ຖ້າບຸກຄົນໃດລົງໄປສູ່ແມ່ນ້ຳ, ຖືກກະແສນ້ຳສູບແລະໄປພາໄປຢ່າງກະທັນຫັນ, ເຂົາຈະສາມາດຊ່ວຍເຫຼືອຄົນອື່ນໃຫ້ຂ້າມຟາກໄດ້ຢ່າງໃດ? “ເຖິງຢ່າງກໍຕາມ, ຜູ້ທີ່ຍັງບໍ່ທັນເຂົ້າໃຈໃນທັມມະ, ຍັງບໍ່ທັນງ່ຽງຫູຟັງດ້ວຍດີ ເຖິງຄວາມໝາຍທີ່ອະທິບາຍໂດຍຜູ້ຮູ້, ກໍຈະເປັນຜູ້ທີ່ປາສະຈາກຄວາມຮູ້ ແລະບໍ່ສາມາດຖອນຄວາມສົງໄສເສຍໄດ້- ເຂົາຄົນນັ້ນ ຈະເຮັດໃຫ້ຄົນອື່ນເຂົ້າໃຈໃນທັມໄດ້ຢ່າງໃດ? “ແຕ່ວ່າ ຖ້າບຸກຄົນນັ້ນ(ຜູ້ທີ່ຢູ່ແມ່ນ້ຳ) ຮູ້ວິທີແລະທັກສະແລະສະຫຼາດ, ໂດຍການພາຍເຮືອໄປຢ່າງເຂັ້ມແຂງປະກອບດ້ວຍໄມ້ພາຍແລະໃບພັດເຮືອ ເຂົາຄົນນັ້ນ ກໍຈະສາມາດຊ່ອຍເຫຼືອຄົນອື່ນ ໃຫ້ຂ້າມມົ້ມຝັ່ງອື່ນໄດ້. ເຊັ່ນດຽວກັນ, ບຸກຄົນໃດມີປະສົບການແລະຝຶກຝົນຈິດໃຈດີແລ້ວ, ຜູ້ທີ່ເປັນພະຫູສູດ(ຮຽນມາຫຼາຍແລ້ວ) ແລະເປັນທີ່ເພິ່ງພາອາໄສໄດ້, ຮູ້ຢ່າງແຈ່ມແຈ້ງ, ເຂົາກໍຈະສາມາດຊ່ວຍເຫຼືອຄົນອື່ນໃຫ້ເຂົ້າໃຈ ຜູ້ທີ່ກຳລັງຕັ້ງໃຈຟັງ ແລະຜູ້ທີ່ພ້ອມຈະຮັບຟັງ. “ດ້ວຍເຫດນີ້, ແນ່ນອນແລ້ວ, ຄົນເຮົາຄວນຄົບກັບສັດຕະບຸຣຸສ, ຜູ້ເປັນບັນດິດ, ເປັນພະຫູສູດ. ໂດຍການເຂົ້າໃຈໃນຄວາມໝາຍທີ່ໄດ້ຮຽນແລະໄດ້ປະຕິບັດຕາມຜູ້ທີ່ມີປະສົບການໃນທັມ ກໍຈະເຖິງເຊິ່ງບໍຣົມສຸກ.” — vv. 316-323 ແປຈາກພາສາອັງກິດ: Nava Sutta: The Simile of the Boat "He from whom a person learns the Dhamma should be venerated, as the devas venerate Inda, their Lord.[1] He, (a teacher) of great learning, thus venerated, will explain the Dhamma, being well-disposed towards one. Having paid attention and considered it, a wise man, practicing according to Dhamma, becomes learned, intelligent and accomplished by associating himself diligently with such a teacher. "But by following an inferior and foolish teacher who has not gained (fine) understanding of the Dhamma and is envious of others, one will approach death without comprehending the Dhamma and unrelieved of doubt. "If a man going down into a river, swollen and swiftly flowing, is carried away by the current — how can he help others across? "Even so, he who has not comprehended the Dhamma, has not paid attention to the meaning as expounded by the learned, being himself without knowledge and unrelieved of doubt — how can he make others understand? "But if (the man at the river) knows the method and is skilled and wise, by boarding a strong boat equipped with oars and a rudder, he can, with its help, set others across. Even so, he who is experienced and has a well-trained mind, who is learned and dependable,[2] clearly knowing, he can help others to understand who are willing to listen and ready to receive.[3] "Surely, therefore, one should associate with a good man who is wise and learned. By understanding the meaning of what one has learned and practicing accordingly one who has Dhamma-experience[4] attains (supreme) happiness."[5] — vv. 316-323 ຖ້າທ່ານໃດບໍ່ໝັ້ນໃຈໃນຄວາມໝາຍທີ່ແປໄປແລ້ວນັ້ນ ໃຫ້ໄປຊອກຫາອ່ານສະບັບພາສາໄທແລະພາສາບາລີຕື່ມອີກ.

No comments:

Post a Comment