ນີ້ເປັນບົດສົນທະນາທັມຂອງພຣະນາຄະເສນ ກັບພຣະຍາມິລິນໃນມິລິນທະປັນຫາດັ່ງນີ້:
ພຣະຍາມິລິນ: ປັນຍາມີທີ່ຕັ້ງຢູ່ໃສ?
ພຣະນາຄະເສນ: ບໍ່ຢູ່ບ່ອນໃດ! ມະຫາບໍພິດ.
ພຣະຍາມິລິນ: ຄັນຊັ້ນ ກໍບໍ່ມີປັນຍາ.
ພຣະເນຄະເສນ: ລົມມີທີ່ຕັ້ງຢູ່ໃສ?
ພຣະຍາມິລິນ: ບໍ່ຢູ່ບ່ອນໃດ.
ພຣະນາຄະເສນ: ຄັນຊັ້ນ ກໍບໍ່ມີລົມ.
ພຣະຍາມິລິນ: ທ່ານຊ່າງເປັນຜູ້ໂຕ້ຕອບໄດ້ຢ່າງຊານສະຫລາດແທ້, ພຣະນາຄະເສນ.
No comments:
Post a Comment