ນີ້ເປັນບົດສົນທະນາຂອງພຣະນາຄະເສນ ກັບພຣະຍາມິລິນອີກຕອນໜຶ່ງ ເປັນເລື່ອງທີ່ນຳເອົາມາຈາກໜັງສື ມິລິນທະບັນຫາ ທີ່ຂຽນເປັນພາກພາສາອັງກິດ The Debate of King Milinda
" ໄດ້ມີຜູ້ນັບຖືລັດທິສາສະໜາອື່ນເວົ້າວ່າ ທ່ານທຳລາຍຊີວິດຍ້ອນການຊົມໃຊ້ນ້ຳເຢັນແມ່ນບໍ? "ພຣະຍາມິລິນຖາມ
"ບໍ່ດອກ, ມະຫາບໍພິດ, ນ້ຳບໍ່ມີຊີວິດ. ນ້ຳທີ່ຂັງຢູ່ໃນສະນ້ຳຕື້ນໆ ມັນຈະແຫ້ງດ້ວຍຄວາມຮ້ອນຂອງແສງພຣະອາທິດແລະສາຍລົມ, ແຕ່ມັນກໍບໍ່ໄດ້ສົ່ງສຽງດັງແຕ່ຢ່າງໃດ.ກອງມີສຽງດັງ ແຕ່ມັນກໍບໍ່ໄດ້ມີຊີວິດ ຫລືອົງປະກອບຂອງສິ່ງທີ່ມີຊີວິດຢູ່ໃນນັ້ນ."ພຣະນາຄະເສນ ຕອບ
No comments:
Post a Comment