Friday, September 23, 2011

ຕົ້ນໄມ້ໃຫຍ່-ຄົນໃຫຍ່


ຕົ້ນໄມ້ໃຫຍ່-ຄົນໃຫຍ່

ຕົ້ນຊາມສາໃຫຍ່ຕັ້ງ ຢືນສະຫງ່າແຄມທາງ
ຕົ້ນໂພສີຂຽວງາມ ຢູ່ວັດດອມສັງໂຄເຈົ້າ
ຕົ້ນກະເລົາບານແຍ້ມ ແຊມຖະໜົນດູສະງ່າ
ງາມຕົ້ນໄມ້ໃຫຍ່ນ້ອຍ ປະດັບເອ້ອາບເມືອງ ຊອບແລ້ວ.

ຕົ້ນໄມ້ໃຫ້ຮົ່ມກັ້ງ ບັງແດດລົມຝົນ
ເປັນເຄື່ອງກັນລັງສີ ເຂດໂອໂຊນຊັ້ນ
ຈາກຕາເວັນແສງຮ້ອນ ເຜົາຜານຜືນໂລກ
ຮັກສາຜືນພິພົບກວ້າງ ໃຫ້ຂຽວງາມບໍ່ເດືອດຮ້ອນ ຮົມໄໝ້ແຜດເຜົາ.

ຍາມເມື່ອຄົນຜ່ານຍ້າຍ ທຽວທ່ອງຍາມສວຍ
ໄດ້ອາໄສບົດບັງ ຮົ່ມເງົາພະນາໄມ້
ພໍໄດ້ບັນເທົາຮ້ອນ ຮົນທະການເອົ້າອັ່ງ
ອະນັນຕັງມາກລົ້ນ ຄຸນໄມ້ໃຫ້ຮົ່ມເຢັນ ແທ້ແລ້ວ.

ຄຸນຄົນປຸນປຽບໄມ້ ຕົ້ນໃຫຍ່ລຳດົກ
ຄົນໃຫຍ່ຄຸນນະທັມສູງ ຄ່າຄຸນຄວນລ້ຳ
ຍັງຈະເປັນເສົາຄ້ຳ ຄອງໃຈປະຊາຊາດ
ຍາມເມື່ອເຂົາເຮັ່ງຮ້ອນ ອາໄສໄດ້ເພິ່ງພາ.

ຄົນໃຫຍ່ ໃຈໃຫຍ່ພ້ອມ ກົມກ່ອມຄຸນນະທັມ
ປຽບດັ່ງເກດສະໜາຫອມ ແກ່ນຈັນຈວງຕົ້ນ
ເໝືອນດັ່ງໂພສີເຫງົ້າ ເງົາໜາຮົ່ມໃຫຍ່
ໃຜຈະປຸນປຽບໄດ້ ຫາຍາກຍິ່ງຫລາຍ ເຈົ້າເອີຍ.

22 ມິຖຸນາ 2010, ທີ່ມະຫາກຸຕິ ວັດພຣະທາດຫລວງເໜືອ
ໂດຍ: ພຣະອາຈານ ໄຊຍະເດດ ວົງໂສພາ

No comments:

Post a Comment