
ມະນຸດເອີຍຄືທຸກຍາກລຳບາກແທ້
ທຸກເກີດແຕ່ປາກທ້ອງຄວາມໂຫຍຫິວ
ໂຕແຫ້ງຫ່ຽວຈ່ອຍຜອມເປັນກະຊິວ
ຊີວິດສ້ຽວສູນສິ້ນຍ້ອນຫິວຕາຍ.
ໃຜກັນນໍຊ່າງລິຂິດຊີວິດເຈົ້າ
ໃຫ້ໂສກເສົ້າທົນທຸກສຸດວິໄສ
ເໝືອນແດນເປດຂາດອາຫານທັງກາຍໃຈ
ຈະຫາໃຜມາຢຽວຢາເອື້ອອາທອນ.
.........
ເຫັນພາບນີ້ໃນອິນເຕີເນັດ ເລີຍຄິດແຕ່ງກອນນີ້ປະກອບ
ໂດຍ: ພຣະໄຊຍະເດດ ວົງໂສພາ
No comments:
Post a Comment