Wednesday, June 6, 2012

ບຸກຄົນ 3 ປະເພດ


1. ຜູ້ບໍ່ມີຄວາມຫວັງ 2. ຜູ້ມີຄວາມຫວັງ 3. ຜູ້ປາສະຈາກຄວາມຫວັງ ອະທິບາຍ: ຂໍ້ທີ1: ຜູ້ບໍ່ມີຄວາມຫວັງ ຄື ຜູ້ຕົກຕ່ຳ ບໍ່ຢູ່ໃນອັນດັບ ໄດ້ແກ່ພວກຖືກສຳຮອງຕຳແໜ່ງ ຂໍ້ທີ2: ຜູ້ມີຄວາມຫວັງ ຄື ຣາຊະບຸດ ຫຼື ຣັຊທາຍາດ ຫຼື ມະກຸຕຣາຊະກຸມມານ ຜູ້ລໍການອະພິເສກ ຂໍ້ທີ3: ຜູ້ປາສະຈາກຄວາມຫວັງ ຄື ພຣະຣາຊາຜູ້ໄດ້ຮັບອະພິເສກແລ້ວ ທຽບກັບທາງທັມ: ຂໍ້ທີ1: ພິກຂຸຜູ້ທຸສີລ ຍ່ອມເປັນຜູ້ບໍ່ມີຫວັງ ຄືໝາຍຄວາມວ່າ ເມື່ອຜິດສີລເຖິງຂັ້ນທີ່ຂາດຈາກຄວາມເປັນພຣະແລ້ວ ກໍບໍ່ສາມາດທີ່ຈະໄດ້ຄວາມກ້າວໜ້າໃນການພ່ຳເພັງສະມະນະທັມ ຈະປະຕິບັດທັມພຽງໃດກໍບໍ່ມີໂອກາດໄດ້ບັນລຸທັມມະຂັ້ນສູງໄດ້. ຂໍ້ທີ2: ພິກຂຸມີສີລ ຍ່ອມເປັນຜູ້ມີຄວາມຫວັງ ຂໍ້ທີ3: ພຣະອໍຣະຫັນຕ໌ ເປັນຜູ້ປາສະຈາກຄວາມຫວັງ ເພາະເປັນອະເສຂະບຸກຄົນແລ້ວ ຄື ເປັນຜູ້ສິ້ນກິເລສແລ້ວ ບໍ່ຫວັງຫຍັງອີກໃນໂລກນີ້ ມີແຕ່ຈະຊ່ວຍເຫຼືອເວໄນຍະສັດໃຫ້ພົ້ນອອກຈາກຄວາມທຸກເທົ່ານັ້ນ.

No comments:

Post a Comment